leftcenterrightdel
ການນຳແຂວງດ້ຽນບຽນ ມອບດອກໄມ້ອວຍພອນ Viettel ດ້ຽນບຽນ. ພາບ: ຫຽວສາງ.

ນັບແຕ່ໄດ້ຮັບການສ້າງຕັ້ງ, Viettel ດ້ຽນບຽນ ພ້ອມກັບອຳນາດການປົກຄອງທ້ອງຖິ່ນ ໄດ້ມານະພະຍາຍາມໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນທຸກຂົງເຂດ, ນັບແຕ່ການສຶກສາ, ສາທາລະນະສຸກ, ກະສິກຳ, ການທ່ອງທ່ຽວເຖິງການປະຕິຮູບລະບຽບການບໍລິຫານ... ປະກອບສ່ວນກໍ່ສ້າງອໍານາດການປົກຄອງດີຈີຕອນ, ເສດຖະກິດດີຈີຕອນ ແລະສັງຄົມດີຈີຕອນ. ພ້ອມທັງປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນເຂົ້າໃນວຽກງານຮັບປະກັນຊີວິດສັງຄົມໃນບໍລິເວນແຂວງ. Viettel ດ້ຽນບຽນ ສູ້ຊົນຮອດປີ 2025 ຈະປະຕິບັດການເຊື່ອມຕໍ່ອິນເຕີເນັດ, ຄວາມຖີ່ກວ້າງເຖິງ 95% ຈໍານວນຄອບຄົວ; ນໍາໜ້າກ່ຽວກັບພື້ນຖານໂຄງລ່າງ 5G, IoT ແລະພື້ນຖານໂຄງລ່າງເຄືອຂ່າຍເພື່ອຕອບສະໜອງກາລະໂອກາດພັດທະນາໃນການປະຕິວັດອຸດສາຫະກໍາ 4.0 ກໍ່ຄືຊ່ວຍໃຫ້ລູກຄ້ານຳໃຊ້ບໍລິການດ້ວຍຄຸນນະພາບດີທີ່ສຸດ.

ໂດຍ: ຈາງຫງວຽນ