ຈຳນວນແຂກທ່ອງທ່ຽວມາຮ່າໂນ້ຍ ໃນເດືອນກຸມພາ ປີ 2024 ບັນລຸເກືອບ 2,2 ລ້ານເທື່ອຄົນ. ໃນນັ້ນ, ມີແຂກທ່ອງທ່ຽວສາກົນ ປະມານ 383.000 ເທື່ອຄົນ. ນັບແຕ່ຕົ້ນປີມາຮອດປັດຈຸບັນ, ຈຳນວນແຂກທ່ອງທ່ຽວທັງໝົດມາຮ່າໂນ້ຍ ບັນລຸກ່ວາ 4,2 ລ້ານເທື່ອຄົນ. ທ່ານນາງ ດັ້ງເຮືອງຢາງ, ຫົວໜ້າພະແນກທ່ອງທ່ຽວຮ່າໂນ້ຍ ໃຫ້ຮູ້ວ່າ ໃນເດືອນມີນາ, ທາງພະແນກຈະຜັນຂະຫຍາຍຫຼາຍການເຄື່ອນໄຫວເພື່ອສືບຕໍ່ຊຸກຍູ້ການພັດທະນາການທ່ອງທ່ຽວ. ທ່ານນາງ ດັ້ງເຮືອງຢາງ ໃຫ້ຮູ້ວ່າ:

ເພື່ອບັນລຸໄດ້ໝາກຜົນສູງ, ຮ່າໂນ້ຍ ໄດ້ມີວິທີການຊ່ວຍຂະແໜງທ່ອງທ່ຽວນະຄອນຫຼວງ ມີການເຕີບໂຕ. ດ້ວຍການເຕີບໂຕຢ່າງແຮງນີ້, ຮ່າໂນ້ຍ ສືບຕໍ່ໄດ້ຮັບການເຊີດຊູຈາກບັນດາອົງການທ່ອງທ່ຽວສາກົນ, ພົ້ນເດັ່ນແມ່ນເລື່ອງອົງການຈັດຕັ້ງທ່ອງທ່ຽວໂລກ ເຊີດຊູແມ່ນສະຖານທີ່ທ່ອງທ່ຽວນະຄອນແຖວໜ້າອາຊີ ໃນວັນພັກໄລຍະສັ້ນ ແລະ ສະຖານທີ່ທ່ອງທ່ຽວສຳລັບວັນພັກໄລຍະສັ້ນອັນດັບທີ 1 ຂອງໂລກ.

ແຫຼ່ງຄັດຈາກ: vovworld.vn