ຊຸກຍູ້ການຜະລິດດໍາເນີນທຸລະກິດ, ລົງທຶນກໍ່ສ້າງ ແລະການນໍາເຂົົ້າ-ສົ່ງອອກຢູ່ 3 ທ້ອງຖິ່ນ
ກປ.ອອນໄລ - ຫ້ອງວ່າການນາຍົກລັດຖະມົນຕີ ຫາກໍ່ປະກາດໃຊ້ແຈ້ງການສະບັບເລກທີ 198/TB-VPCP ກ່ຽວກັບບົດສະຫຼຸບຂອງທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ໃນການເຮັດວຽກກັບ 3 ທ້ອງຖິ່ນ: ຫາຍເຢືອງ, ຫາຍຝ່ອງ ແລະກວາງນິງ ກ່ຽວກັບສະພາບການ, ມາດຕະການຊຸກຍູ້ການຜະລິດດໍາເນີນທຸລະກິດ, ການລົງທຶນພາກລັດ, ກໍ່ສ້າງພື້ນຖານໂຄງລ່າງ ແລະນໍາເຂົ້າ-ສົ່ງອອກ.
    |
 |
ພາບປະກອບຈາກ: baochinhphu.vn |
ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນຕ້ອງປຸກລະດົມແຫຼ່ງກໍາລັງໃຫ້ໄດ້ຫຼາຍສຸດ ເພື່ອລົງທຶນພັດທະນາພື້ນຖານໂຄງລ່າງ, ໃຫ້ບຸລິມະສິດລົງທຶນໃສ່ໂຄງການຄົມມະນາຄົມເຊື່ອມຕໍ່ລະຫວ່າງເຂດ ເພື່ອນໍາໃຊ້ຄວາມສາມາດບົ່ມຊ້ອນ, ທ່າແຮງທີ່ມີຢູ່ແລ້ວກ່ຽວກັບໂຄງລ່າງຄົມມະນາຄົມ (ທາງດ່ວນ, ທາງລົດໄຟ, ທາງອາກາດ, ທ່າກໍາປັ່ນ, ທາງນໍ້າພາຍໃນ), ເສີມຂະຫຍາຍບົດບາດແມ່ນສະຖານທີ່ຂົນສົ່ງສິນຄ້າຫຼາຍວິທີຢູ່ພາກເໜືອ, ພັດທະນາການບໍລິການທ່າກຳປັ່ນ logistics, ບັນດາເຂດອຸດສາຫະກໍາ logistics... ເພື່ອເຊື່ອມຕໍ່ກັບຈີນ, ເຂດອາຊີຕາເວັນອອກສ່ຽງເໜືອ ແລະອາຊຽນ ເພື່ອດຶງດູດເງິນລົງທຶນເຂົ້າຂົງເຂດເສດຖະກິດ, ເຂດອຸດສາຫະກໍາເພື່ອພັດທະນາເສດຖະກິດ-ສັງຄົມ ຂອງບັນດາທ້ອງຖິ່ນເວົ້າສະເພາະ ແລະຂອງເຂດທົ່ງພຽງແມ່ນໍ້າແດງເວົ້າລວມ.
ຮອງນາຍົກລັດຖະມົນຕີ ສະເໜີໃຫ້ບັນດາທ້ອງຖິ່ນເປັນເຈົ້າການສະເໜີ ແລະຕັ້ງໜ້າເຂົ້າຮ່ວມໃນບັນດາການເຄື່ອນໄຫວເຊື່ອມຕໍ່, ປະສານງານພັດທະນາເຂດ, ໂດຍສະເພາະແມ່ນບັນດາຂົງເຂດວາງແຜນຜັງ, ພັດທະນາພື້ນຖານໂຄງລ່າງ, ພັດທະນາບັນດາຂະແໜງ, ລະບົບຜະລິດຕະພັນເຊື່ອມຕໍ່, ສົ່ງເສີມການລົງທຶນ, ແກ້ໄຂສິ່ງແວດລ້ອມ... ບັນດາທ້ອງຖິ່ນກະກຽມບັນດາເງື່ອນໄຂທີ່ຈໍາເປັນກ່ຽວກັບພື້ນຖານໂຄງລ່າງ, ທີ່ດິນເພື່ອດຶງດູດບັນດານັກລົງທຶນໃຫຍ່, ຍຸດທະສາດ; ເອົາໃຈໃສ່ບໍາລຸງສ້າງ, ຍົກສູງການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ສອດຄ່ອງກັບການກໍານົດທິດພັດທະນາກ່ຽວກັບການບໍລິການຕົວເມືອງ ແລະອຸດສາຫະກໍາ, ຕອບສະໜອງຄວາມຕ້ອງການຂອງບັນດາວິສາຫະກິດ ແລະໃນການເຊື່ອມຕໍ່, ສົມທົບກັບບັນດາທ້ອງຖິ່ນເຂດທົ່ງພຽງແມ່ນໍ້າແດງ.
ໂດຍ: ໄຊນີດາ