ຫວຽດນາມ ນອນໃນກຸ່ມ 3 ສະຖານທີ່ທ່ອງທ່ຽວນິຍົມທີ່ສຸດຂອງ ຊາວ ສ.ເກົາຫຼີ
ກປ.ອອນໄລ - ວັນທີ 29 ພຶດສະພາ, ບໍລິສັດ KB Kookmin Card (ສ.ເກົາຫຼີ) ປະກາດຜົນການໄຈ້ແຍກຂໍ້ມູນບໍລິໂພກຂອງບັນດາຂະແໜງທີ່ກ່ຽວຂ້ອງເຖິງການທ່ອງທ່ຽວຕ່າງປະເທດໄລຍະແຕ່ວັນທີ 1 ມັງກອນ ຮອດວັນທີ 15 ພຶດສະພາ.
    |
 |
ແຂກທ່ອງທ່ຽວ ສ.ເກົາຫຼີ ໄປທ່ຽວຢູ່ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ. |
ຕາມນັ້ນແລ້ວ, ຢູ່ ສ.ເກົາຫຼີ ລາຍຮັບຂອງບັນດາຂະແໜງຫຼັກແຫຼ່ງທີ່ກ່ຽວຂ້ອງເຖິງການທ່ອງທ່ຽວຕ່າງປະເທດ, ຄື: ຕົວແທນຈໍາໜ່າຍການທ່ອງທ່ຽວ, ບໍລິສັດການບິນ, ຮ້ານຍົກເວັ້ນພາສີເພີ່ມຂຶ້ນ 409%, 150% ແລະ88% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກ່າຍ.
ອາຊີ ກວມອັດຕາສ່ວນສູງສຸດໃນຕະຫຼາດ ຊື້ປີ້ຍົນໃນໄລຍະດັ່ງກ່າວ ດ້ວຍ 81%, ເອີລົບ ກວມເອົາ 8%, ທະວີບອາເມລິກາ ແລະມະຫາສະໝຸດ ແຕ່ລະພາກພື້ນກວມເອົາ 5%.
ລະອຽດ, ອັດຕະຊື້ປີ້ຍົນໄປບັນດາປະເທດ ແລະເຂດແຄວ້ນອາຊີສູງສຸດແມ່ນ ຍີ່ປຸ່ນ (52%), ຫວຽດນາມ (12%), ໄທ (10%), ຟິລິບປິນ (9%). ຍີ່ປຸ່ນ ແລະຫວຽດນາມ ແມ່ນສອງປະເທດທີ່ແຂກທ່ອງທ່ຽວສ.ເກົາຫຼີ ມາທ່ອງທ່ຽວ ຫຼາຍທີ່ສຸດ, ດ້ວຍລະດັບເພີ່ມຕາມລຳດັບແມ່ນ 222% ແລະ 163%.
ໂດຍ: ໄຊນີດາ