ບັນດາປະເທດຕີລາຄາສູງຫວຽດນາມ ໃນການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ
ກປ.ອອນໄລ - ວັນທີ 24 ພຶດສະພາ, ໃນຂອບເຂດກອງປະຊຸມສະພາເສດຖະກິດ - ສັງຄົມຂອງສະຫະປະຊາຊາດ (ECOSOC) ກ່ຽວກັບການເຄື່ອນໄຫວພັດທະນາ ໄດ້ດໍາເນີນວາລະເຈລະຈາລະຫວ່າງບັນດາປະເທດກັບຜູ້ປະສານງານ ແລະບັນດາອົງການສະຫະປະຊາຊາດ (ສປຊ) ປະຈໍາບັນດາປະເທດ (UNCT) ເພື່ອແລກປ່ຽນບົດຮຽນຂອງບັນດາປະເທດໃນການສົມທົບກັບບັນດາອົງການ ສປຊ ເພື່ອຜັນຂະຫຍາຍເປົ້າໝາຍພັດທະນາແບບຍືນຍົງ.
ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ຊີ້ແຈ້ງບັນດາຜົນງານຂອງຫວຽດນາມ ໃນການພັດທະນາເສດຖະກິດ - ສັງຄົມ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງໃນໄລຍະຜ່ານມາ ແລະຮັບຮູ້ບັນດາການປະກອບສ່ວນອັນລ້ຳຄ່າຂອງຜູ້ປະສານງານ ແລະບັນດາອົງການ ສປຊ ໃນການໜູນຊ່ວຍໃຫ້ຂໍ້ສະເໜີນະໂຍບາຍ, ລະດົມແຫຼ່ງກຳລັງ, ຊຸກຍູ້ການເຈລະຈາກັບບັນດາຝ່າຍທີ່ກ່ຽວຂ້ອງໃນວິວັດການປະຕິບັດບັນດາໂຄງການ, ນະໂຍບາຍກ່ຽວກັບການພັດທະນາແບບຍືນຍົງ.
    |
 |
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ກ່າວຄຳເຫັນທີ່ວາລະປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ. |
ຫວຽດນາມ ສະເໜີບັນດາອົງການ ສປຊ, ໃນນັ້ນມີບົດບາດຊັກຈູງຂອງຜູ້ປະສານງານປະຈຳ, ຄວນເພີ່ມທະວີການເຄື່ອນໄຫວປະສານງານເພື່ອໜູນຊ່ວຍບັນດາປະເທດຢ່າງມີປະສິດທິຜົນ, ເພີ່ມທະວີກຳລັງແກ່ງແຍ້ງແຫ່ງຊາດ ແລະສ້າງບັນດາການພົວພັນຄູ່ຮ່ວມມືໃໝ່ເພື່ອໜູນຊ່ວຍປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.
ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານ Pauline Tamesis ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ, ຜູ້ຕາງໜ້າບັນດາອົງການວິຊາການ ສປຊ ແລະຫຼາຍປະເທດຕີລາຄາສູງແບບຢ່າງຂອງຫວຽດນາມ ແລະບົດບາດນຳພາຂອງລັດຖະບານຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ຖືວ່າ ຫວຽດນາມ ແມ່ນບົດຮຽນປະສົບຜົນສຳເລັດໃນການສົມທົບກັນລະຫວ່າງປະເທດ ແລະ ສປຊ ຢ່າງມີປະສິດທິຜົນ, ພິເສດແມ່ນໃນການປະສານງານການເຄື່ອນໄຫວໜູນຊ່ວຍພັດທະນາ, ລະດົມການເງິນ.
ໂດຍ: ຈາງຫງວຽນ