ປຸກລະດົມວັນບຸນເລີ່ມດໍາເນີນທຸລະກິດປ່ຽນແປງໃໝ່ປະດິດສ້າງຫວຽດນາມ 2023
ກປ.ອອນໄລ - ວັນທີ 23 ພຶດສະພາ, ທີ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ໄດ້ຈັດພິທີປຸກລະດົມວັນບຸນເລີ່ມດໍາເນີນທຸລະກິດປ່ຽນແປງໃໝ່ປະດິດສ້າງ (Teshfest) ຫວຽດນາມ 2023.
    |
 |
ບັນຍາກາດທີ່ພິທີປຸກລະດົມ. ພາບ: qdnd.vn |
ກ່າວຄໍາເຫັນທີ່ພິທີ, ທ່ານ ເຈິ່ນວັນຕຸ່ງ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ໃຫ້ຮູ້ວ່າ, ກະຊວງວິທະຍາສາດ ແລະເຕັກໂນໂລຊີ ໄດ້ຈັດຫຼາຍກິດຈະກໍາເພື່ອຕອບສະໜອງວັນວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ (18 ພຶດສະພາ). ພິທີປຸກລະດົມໃນມື້ນີ້ ກໍແມ່ນໜຶ່ງໃນບັນດາເຫດການຕອບສະໜອງວັນວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ. Techfest ແມ່ນການເຄື່ອນໄຫວທີ່ມີຊື່ສຽງ ແລະນັບມື້ນັບໄດ້ຮັບການເປີດກວ້າງ ໂດຍກະຊວງວິທະຍາສາດ ແລະເຕັກໂນໂລຊີ ຈັດຕັ້ງເປັນປະຈໍາປີ, ໄປພ້ອມກັບການຮ່ວມເດີນທາງຂອງບັນດາອົງການ, ກົມກອງ, ຄະນະ, ຂະແໜງການ, ທ້ອງຖິ່ນ ດ້ວຍຫຼາຍກິດຈະກຳເຄື່ອນໄຫວທີ່ແທດຈິງ ແນໃສ່ຊຸກຍູ້ລະບົບນິເວດໃນການເລີ່ມດໍາເນີນທຸລະກິດປ່ຽນແປງໃໝ່ປະດິດສ້າງແຫ່ງຊາດ.
Techfest ປີນີ້ ຄາດວ່າຈະມີການເຂົ້າຮ່ວມຂອງ 30 ກວ່າບ້ານເຕັກໂນໂລຊີ ແລະມີບ້ານເຕັກໂນໂລຊີໃໝ່ຕື່ມອີກ ຄື: ກະສິກໍາອັດສະລິຍະ, ວັດຖຸຜະລິດຢາສະອາດ, ຫັນເປັນດີຈີຕອນ... ບັນດາການເຄື່ອນໄຫວຈຸດສຸມຂອງ Techfest 2023 ນີ້ລວມມີ: ການແຂ່ງຂັນຊອກຫາຜູ້ມີຄວາມຮູ້ຄວາມສາມາດໃນການເລີ່ມດໍາເນີນທຸລະກິດປ່ຽນແປງໃໝ່ປະດິດສ້າງແຫ່ງຊາດ; ການເຄື່ອນໄຫວເຊື່ອມຕໍ່ການລົງທຶນ; ການໂອ້ລົມສົນທະນາລະຫວ່າງອໍານາດການປົກຄອງທ້ອງຖິ່ນ, ບັນດາວິສາຫະກິດປ່ຽນແປງໃໝ່ປະດິດສ້າງ ພ້ອມກັບນັກຊ່ຽວຊານຢູ່ພາຍໃນ ແລະຕ່າງປະເທດ; ບັນດາໂຄງການກໍ່ສ້າງລົງເລິກກ່ຽວກັບການເລີ່ມດໍາເນີນທຸລະກິດປະດິດສ້າງ...
ໂດຍ: ໄຊຊະນະ