leftcenterrightdel
ພາບປະກອບ: vov.vn

ຫວຽດນາມ ແມ່ນປະເທດທີ່ມີກຳລັງໜູນໃຫຍ່ທີ່ສຸດໃນທົ່ວໂລກ, ເລື່ອນຂຶ້ນ 12 ຂັ້ນໃນຕາຕະລາງຈັດອັນດັບຄວາມດູດດື່ມຂອງສະພາບແວດລ້ອມດຳເນີນທຸລະກິດຢູ່ 82 ປະເທດ ໂດຍ EIU ເລືອກເຟັ້ນ. ຕາມບົດລາຍງານຫຼ້າສຸດທີ່ໄດ້ປະກາດໂດຍ Economist Intelligence Unit (EIU), ໄທ, ຫວຽດນາມ ແລະອິນເດຍ  ແມ່ນບັນດາປະເທດອາຊີທີ່ມີຄວາມກ້າວໜ້າທີ່ສຸດໃນການເຄື່ອນໄຫວດຳເນີນທຸລະກິດ. ໃນບົດລາຍງານທີ່ໄດ້ນຳໃຊ້ກອບວິເຄາະມາດຖານ ດ້ວຍ 91 ດັດຊະນີ, ຫວຽດນາມ ມີການປົວແປງຫຼາຍພໍສົມຄວນ, ເລື່ອນຂຶ້ນ 12 ຂັ້ນ ໃນຕາຕະລາງຈັດອັນດັບ. ບົດລາຍງານດັ່ງກ່າວ ໄດ້ຊີ້ໃຫ້ເຫັນວ່າ ຫວຽດນາມ ມີນະໂຍບາຍທີ່ອຳນວຍຄວາມສະດວກສຳລັບນັກລົງທຶນຕ່າງປະເທດ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ