ໃນໄຕມາດທີ I ປີ 2023, ມີນັກທ່ອງທ່ຽວສາກົນມາຫວຽດນາມ ເກືອບ 2,7 ລ້ານເທື່ອຄົນ
ກປ.ອອນໄລ - ບົດລາຍງານສະພາບການ ເສດຖະກິດ - ສັງຄົມຂອງກົມໃຫຍ່ສະຖິຕິ (ກະຊວງແຜນການ ແລະການລົງທຶນ) ທີ່ປະກາດໃນວັນທີ 29 ມີນາ, ໃຫ້ຮູ້ວ່າ: ໃນໄຕມາດທີ I ປີ 2023, ຈໍານວນນັກທ່ອງທ່ຽວສາກົນມາຫວຽດນາມ ຄາດວ່າບັນລຸເກືອບ 2,7 ລ້ານຄົນ.
ຕົວເລກນີ້ແມ່ນທົບ 29,7 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແຕ່ພຽງເທົ່າກັບ 60% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ເມື່ອຍັງບໍ່ມີການແຜ່ລະບາດຂອງພະຍາດໂຄວິດ-19. ໃນສະເພາະເດືອນມີນາ, ນັກທ່ອງທ່ຽວສາກົນມາຫວຽດນາມ ຄາດວ່າບັນລຸປະມານ 895,4 ພັນເທື່ອຄົນ, ຫຼາຍທົບ 21,5 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
    |
 |
ພາບປະກອບ: hanoimoi.com.vn |
ໃນໄຕມາດທີ I, ຈຳນວນນັກທ່ອງທ່ຽວສາກົນມາຫວຽດນາມ ທາງອາກາດບັນລຸລະດັບສູງສຸດ, ກວມ 89,8% ຈຳນວນນັກທ່ອງທ່ຽວສາກົນມາຫວຽດນາມ; ແຂກມາທ່ຽວຫວຽດນາມ ທາງບົກກວມ 9% ແລະທາງທະເລກວມ 1,2%. ນັກທ່ອງທ່ຽວມາຈາກອາຊີ ຍັງນໍາໜ້າໃນທະວີບ. ປະເທດ ສ.ເກົາຫຼີ ແມ່ນຕະຫຼາດທີ່ມີນັກທ່ອງທ່ຽວມາຫວຽດນາມ ເປັນຈໍານວນຫຼວງຫຼາຍ, ດ້ວຍ 810.938 ເທື່ອຄົນໃນໄຕມາດທີ I.
ໂດຍ: ທະນາພອນ