ນະຄອນໂຮ່ຈີມິນ ຕ້ອງຍູ້ແຮງການປ່ຽນແປງໃໝ່, ປະດິດສ້າງໃນການສຶກສາ
ກປ.ອອນໄລ - ວັນທີ 27 ມີນາ, ຄະນະຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດຫວຽດນາມ ນໍາໂດຍທ່ານ ເຈິ່ນແທງເມີ໊ນ ກໍາມະການກົມການເມືອງ, ຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ໄດ້ມີການເຮັດວຽກກັບນະຄອນໂຮ່ຈີມິນ ກ່ຽວກັບການປະຕິບັດມະຕິເລກທີ 88/2014/QH13 ແລະມະຕິເລກທີ 51/2017/QH14 ຂອງສະພາແຫ່ງຊາດ ວ່າດ້ວຍການປ່ຽນແປງໃໝ່ຫຼັກສູດ, ປຶ້ມແບບຮຽນຊັ້ນມັດທະຍົມ.
ໃນໄລຍະຜ່ານມາ, ນະຄອນໂຮ່ຈີມິນ ຍາມໃດກໍ່ບຸລິມະສິດລົງທຶນໃຫ້ແກ່ການສຶກສາ, ເພີ່ມທະວີການປັບປຸງເຄືອຂ່າຍໂຮງຮຽນ, ວັດຖຸອຸປະກອນໜູນຊ່ວຍການສອນ ແລະການຮຽນທີ່ກ້າວໜ້າໃຫ້ສົມບູນແບບ. ເມື່ອຜັນຂະຫຍາຍຫຼັກສູດການສຶກສາຊັ້ນມັດທະຍົມ ປີ 2018, ນະຄອນສືບ ຕໍ່ປ່ຽນແປງໃໝ່ວິທີການສິດສອນ, ການຮຽນ ແລະກວດກາ, ຕີລາຄາຕາມທິດເສີມຂະຫຍາຍຄວາມເກັ່ງກ້າສາມາດ, ຄຸນນະທາດຜູ້ຮຽນ. ພ້ອມທັງ, ເອົາໃຈໃສ່ຮັບສະໝັກຄູສອນ, ເປັນເຈົ້າການເຊື່ອມຕໍ່ກັບບັນດາໂຮງຮຽນສ້າງຄູເພື່ອຝຶກອົບຮົມ, ບໍາລຸງກໍ່ສ້າງຖັນແຖວຄູອາຈານ, ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຫຼັກສູດການສຶກສາໃໝ່. ຂະແໜງສຶກສານະຄອນ ຍັງຍູ້ແຮງການຫັນປ່ຽນດີຈີຕອນຕິດພັນກັບການປ່ຽນແປງໃໝ່ວຽກງານຄຸ້ມຄອງ, ປ່ຽນແປງໃໝ່ວິທີການສິດສອນ ແລະການຮຽນ.
    |
 |
ທ່ານ ເຈິ່ນແທງເມີ໊ນ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ. |
ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ເຈິ່ນແທງເມີ໊ນ ຮັບຮູ້, ຕີລາຄາສູງນະຄອນໂຮ່ຈີມິນ ໄດ້ເປັນເຈົ້າການ, ມານະພະຍາຍາມຜັນຂະຫຍາຍການປະຕິບັດຫຼັກສູດ, ປຶ້ມແບບຮຽນໃໝ່ ແລະບັນລຸໄດ້ໝາກຜົນພົ້ນເດັ່ນຫຼາຍຢ່າງ. ນະຄອນຕ້ອງກວາກາ, ຕີລາຄາການວາງແຜນເຄືອຂ່າຍຮາກຖານການສຶກສາຢູ່ບໍລິເວນເພື່ອພິຈາລະນາ, ດັດປັບຕອບສະໜອງຄວາມຕ້ອງການຂອງຜູ້ຮຽນ, ຍົກສູງປະສິດທິຜົນການບໍລິຫານ, ຍູ້ແຮງການແບ່ງຂັ້ນ, ແບ່ງອຳນາດ, ເພີ່ມທະວີການເປັນເຈົ້າການຕິດພັນກັບຄວາມຮັບຜິດຊອບໃຫ້ບັນດາຮາກຖານສຶກສາ.
ພ້ອມກັນນັ້ນ, ຍູ້ແຮງການມອບສິດເປັນເຈົ້າການ, ກົນໄກຄຸ້ມຄອງໃຫ້ບັນດາຫົວໜ່ວຍພາກລັດ, ປ່ຽນແປງໃໝ່ການບໍລິຫານໂຮງຮຽນຕາມທິດກະທັດຮັດ, ທັນສະໄໝ, ໂປ່ງໃສ. ນະຄອນຕ້ອງສືບຕໍ່ຜັນຂະຫຍາຍຂະບວນການແຂ່ງຂັນ “ປ່ຽນແປງໃໝ່, ປະດິດສ້າງໃນການຄຸ້ມຄອງ, ການສິດສອນ ແລະການຮຽນ” ໃຫ້ມີປະສິດທິຜົນ, ສືບຕໍ່ຍູ້ແຮງວຽກງານໂຄສະນາ, ສື່ສານ, ກ່ຽວກັບການສຶກສາ...
ໂດຍ: ໄຊນີດາ