leftcenterrightdel
ຄະນະຈັດຕັ້ງ ມອບປີ້ຍົນໄປ-ກັບ ໃຫ້ແກ່ຜູ້ໂດຍສານໂຊກດີໃນທ້ຽວບິນທໍາອິດຈາກນະຄອນ Narita ມານະຄອນດ່ານັ້ງ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຫງວຽນຊວນບິ່ງ, ຮອງຫົວໜ້າພະແນກທ່ອງທ່ຽວນະຄອນດ່ານັ້ງ ໃຫ້ຮູ້ວ່າ, ຍີ່ປຸ່ນ ໄດ້ຮັບການກໍານົດວ່າແມ່ນຕະຫຼາດຈຸດສຸມຂອງຂະແໜງທ່ອງທ່ຽວ ດ່ານັ້ງ ດ້ວຍການເຕີບໂຕທີ່ໝັ້ນທ່ຽງ.  ປີ 2019, ຍອດຈໍານວນນັກທ່ອງທ່ຽວຍີ່ປຸ່ນ ມາທ່ຽວຢູ່ນະຄອນດ່ານັ້ງ ບັນລຸກວ່າ 183.000 ເທື່ອຄົນ, ເພີ່ມຂຶ້ນເກືອບ 200% ເມື່ອທຽບໃສ່ປີ 2015 (92.000 ເທື່ອຄົນ)

ເລື່ອງເຊື່ອມຕໍ່ສາຍການບິນຈາກນະຄອນ Narita ມານະຄອນດ່ານັ້ງ ຄືນໃໝ່ ໄດ້ຮັບຄວາມຫວັງວ່າ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການດຶງດູດນັກ ທ່ອງທ່ຽວຍີ່ປຸ່ນ ກັບຄືນມາທ່ອງທ່ຽວຢູ່ນະຄອນດ່ານັ້ງ ແລະກົງກັນຂ້າມ ໃນໄລຍະຈະມາເຖິງ.

ໂດຍ: ທູຈາງ