ທີ່ງານດັ່ງກ່າວ, ມີຮ້ານອາຫານການກິນ 44 ຮ້ານ ໄດ້ວາງສະແດງຂາຍເຍື່ອງອາຫານທີ່ເປັນເອກະລັກຂອງບ້ານເກີດເມືອງນອນໂດຍນັກສຶກສາຫວຽດນາມ, ລາວ, ກໍາປູເຈຍ ໄດ້ແນະນໍາ, ປະດັບຢ່າງຈັດອົກຈັບໃຈ ນັກສຶກສາຍັງໄດ້ເຂົ້າຮ່ວມຫຼາຍການເຄື່ອນໄຫວທີ່ຟົດຟື້ນ ຄື: ການລະຫຼິ້ນພື້ນເມືອງ ແລະດໍາລົງຊີວິດກໍ່ໄຟຕັ້ງຄ້າຍ; ພົບປະແລກປ່ຽນ, ສະແດງສິລະປະ ດ້ວຍຫົວຂໍ້ຍ້ອງຍໍສັນລະເສີນຄວາມງາມຂອງປະເທດ, ປະຊາຊົນຫວຽດນາມ, ລາວ, ກໍາປູເຈຍ, ຝຣັ່ງ, ປະກອບສ່ວນຮັດແໜ້ນຄວາມສາມັກຄີ, ຄວາມສະໜິດຕິດພັນ, ໄມຕີຈິດມິດຕະພາບລະຫວ່າງນັກສຶກສາຂອງ 4 ປະເທດດ້ວຍກັນ.

leftcenterrightdel
ນັກສຶກສາລາວ ເຂົ້າຮ່ວມງານຕັ້ງຄ້າຍ. ພາບ: baodongthap.vn

ໃນວັນທີ 25 ມີນາ, ໂຮງຮຽນວິທະຍາໄລສາທາລະນະສຸກດົ່ງທາບ ໄດ້ຈັດຕັ້ງການເຄື່ອນໄຫວ “ເຂົ້າຮ່ວມພຶດຕິກໍາຕົວຈິງໃນການເປັນນັກສຶກສາໜຶ່ງວັນ” ໃຫ້ນັກສຶກສາ ກວ່າ 400 ຄົນຂອງ 14 ໂຮງຮຽນມັດທະຍົມຕອນປາຍຢູ່ໃນແຂວງ. ເຂົ້າຮ່ວມພຶດຕິກໍາຕົວຈິງ, ບັນດານ້ອງນັກຮຽນໄດ້ຊົມ video clip ແນະນໍາກ່ຽວກັບຂະແໜງການ, ອາຊີບທີ່ພວມກໍ່ສ້າງຢູ່ໂຮງຮຽນ, ກາລະໂອກາດເຮັດວຽກພາຍຫຼັງຮຽນຈົບ; ຢ້ຽມຊົມຫ້ອງຮຽນ, ປະຕິບັດຕົວຈິງຢູ່ຂະແໜງວິຊາ: ການແພດ, ປິ່ນປົວບຳລຸງ, ການຢາ, ການແພດພື້ນເມືອງ.

ຜ່ານການເຄື່ອນໄຫວເພື່ອແນໃສ່ແນະນໍາພື້ນຖານວັດຖຸ, ອຸປະກອນ, ຮູບແບບຮັບໃຊ້ການຄົ້ນຄວ້າ, ຮໍ່າຮຽນຂອງໂຮງຮຽນ; ສ້າງເງື່ອນໄຂໃຫ້ນ້ອງນັກຮຽນມັດທະຍົມຕອນປາຍ ກໍາໄດ້ຂໍ້ມູນຂ່າວສານກ່ຽວກັບຄວາມຕ້ອງການຄັດເລືອກນັກຮຽນ ແລະກໍານົດທິດອາຊີບພາຍຫຼັງຈົບຊັ້ນມັດທະຍົມຕອນປາຍ.

ໂດຍ: ຈາງຫງວຽນ