ຫວຽດນາມ ປະຢັດໄຟຟ້າໄດ້ 298.000kWh ພາຍຫຼັງປິດໄຟຕອບສະໜອງການເຄື່ອນໄຫວປິດໄຟໂລກ
ກປ.ອອນໄລ - ເວລາ 20 ໂມງ 30 ນາທີຂອງວັນທີ 25 ມີນາ ຜ່ານມາ, ພິທີປິດໄຟເພື່ອຕອບສະໜອງການເຄື່ອນໄຫວປິດໄຟໂລກ 2023 ໄດ້ດຳເນີນໄປໃນຂອບເຂດທົ່ວປະເທດ.
ໃນເວລາ 20 ໂມງ 30 ນາທີ ຂອງຄືນວັນທີ 25 ມີນາ ຜ່ານມາ, ພິທີປິດໄຟເພື່ອຕອບສະໜອງການເຄື່ອນໄຫວປິດໄຟໂລກ 2023 ໄດ້ດຳເນີນໄປໃນຂອບເຂດທົ່ວປະເທດ. ພາຍຫຼັງປິດໄຟ 1 ຊົ່ວໂມງ, ທົ່ວປະເທດປະຢັດໄຟຟ້າໄດ້ 298.000 kWh (ເທົ່າກັບ 555 ລ້ານດົ່ງ - ເກືອບ 24.000 ໂດລາສະຫະລັດ).
    |
 |
ພິທີປຸກລະດົມການປິດໄຟໂລກປີ 2023. ພາບ: vov.vn |
ຊົ່ວໂມງປິດໄຟໂລກແມ່ນເຫດການສາກົນປະຈຳປີໂດຍອົງການສາກົນອະນຸລັກທຳມະຊາດໂລກ (WWF) ໄດ້ລິເລີ່ມມາແຕ່ປີ 2007. ມາຮອດປະຈຸບັນ, ຢູ່ ຫວຽດນາມ, ການເຄື່ອນໄຫວດັ່ງກ່າວໄດ້ສ້າງການປ່ຽນແປງຢ່າງຕັ້ງໜ້າໃນວົງຄະນະຍາດກ່ຽວກັບການຮັບຮູ້ຄວາມໝາຍ ແລະຜົນປະໂຫຍດຂອງການປະຢັດພະລັງງານ, ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ການເຄື່ອນໄຫວປິດໄຟໂລກໄດ້ເຜີຍແຜ່ໄປທົ່ວອົງການ, ຫົວໜ່ວຍ, ວິສາຫະກິດ, ໂຮງຮຽນ, ຊຸມຊົນ, ຄອບຄົວ ແລະພົນລະເມືອງແຕ່ລະຄົນ.
ໃນແຕ່ລະປີ, ຊົ່ວໂມງປິດໄຟໂລກໄດ້ສົ່ງສານທີ່ແຕກຕ່າງກັນ, ແຕ່ມີຄວາມໝາຍດຽວກັນຄືແມ່ນປົກປ້ອງ ແລະຮັກສາໂລກສີຂຽວ. ປີນີ້, ການປຸກລະດົມຊົ່ວໂມງປິດໄຟໂລກຢູ່ຫວຽດນາມ ແມ່ນສ້າງຂີດໝາຍ 15 ປີແຫ່ງການເຄື່ອນໄຫວເຊື່ອມຕໍ່ ແລະແຜ່ຂະຫຍາຍ.
ໂດຍ: ໄຊນີດາ