ນີ້ແມ່ນການດໍາເນີນຊີວິດດ້ານການເມືອງ, ວັດທະນະທໍາທີ່ແທດຈິງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ (26-3-1931/26-3-2023).

ງານບຸນຕັ້ງຄ້າຍດຶງດູດສະມາຊິກຊາວໜຸ່ມ, ຊາວໜຸ່ມກວ່າ 1.000 ຄົນ ສັງກັດກອງເຮືອ 42 ແລະຄູສອນ, ນັກຮຽນໂຮງຮຽນມັດທະຍົມຕອນຕົ້ນ ຟານງອັກຫຽນ (ເມືອງນໍາກັນ) ເຂົ້າຮ່ວມ. ແຕ່ລະຄ້າຍມີຊື່ສະເພາະແຕ່ລ້ວນແຕ່ແມ່ນຊື່ເກາະທີ່ຂຶ້ນກັບອະທິປະໄຕຂອງຫວຽດນາມ ແລະຕິດກັບຫົວຂໍ້ລວມ “ນ້ອງຮັກທະເລໝູ່ເກາະບ້ານເກີດເມືອງນອນ”.

leftcenterrightdel
ສະມາຊິກຊາວໜຸ່ມກອງເຮືອ 42 ເຂົ້າຮ່ວມງານບຸນ. ພາບ: ສໍານັກຂ່າວສານຫວຽດນາມ

ງານບຸນຕັ້ງຄ້າຍຕິດພັນກັບການເຄື່ອນໄຫວໂຄສະນາ, ເຜີຍແຜ່ກົດໝາຍວ່າດ້ວຍທະເລຫວຽດນາມ, ກົດໝາຍວ່າດ້ວຍຕໍາຫຼວດທະເລຫວຽດນາມ, ກົດໝາຍວ່າດ້ວຍຊາວໜຸ່ມ... ພິເສດແມ່ນທັດສະນະ, ແຜນນະໂຍບາຍ, ວິທີທາງຮັບມືຂອງພັກ, ລັດເຮົາໃນການແກ້ໄຂບັນດາບັນຫາບົນທະເລ; ບົດບາດ, ຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທະເລ, ເກາະຕໍ່ກັບພາລະກິດສ້າງສາ ແລະປົກປັກຮັກສາປະເທດ; ສະພາບຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ເກາະຂອງປະເທດເຮົາໃນປະຈຸບັນ; ຕ້ານການຂຸດຄົ້ນສິນໃນທະເລທີ່ຜິດກົດໝາຍ...

ຜ່ານນັ້ນຊ່ວຍໃຫ້ສະມາຊິກຊາວໜຸ່ມ, ຊາວໜຸ່ມ, ຄູສອນ, ນັກຮຽນຢູ່ບໍລິເວນເມືອງນໍາກັນ ຍົກສູງຄວາມຮັບຜິດຊອບຂອງຕົນໃນວຽກງານປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງປະເທດ; ຕິດພັນກັບສາຍໃຈທະຫານ-ປະຊາຊົນລະຫວ່າງໂຮງຮຽນກັບກົມກອງກອງເຮືອ 42 ແລະບັນດາອົງການໝູ່ຄະນະຢູ່ບໍລິເວນເມືອງ; ຮ່ວມເດີນທາງພ້ອມກັບກໍາລັງຕໍາຫຼວດທະເລເຂດ 4 ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຢູ່ທະເລ, ໝູ່ເກາະຂອງປະເທດ.

ໂດຍ: ໄຊນີດາ