ທ່ານ ກາວແມ້ງດຶກ ຜູ້ອໍານວຍການບໍລິສັດ Viettel Cambodia (Viettel Global ຢູ່ກໍາປູເຈຍ) ໃຫ້ຮູ້ວ່າ: “ແມ່ນວິສາຫະກິດທີ່ດໍາເນີນທຸລະກິດຢູ່ກໍາປູເຈຍ ແລະກໍ່ແມ່ນໜຶ່ງສ່ວນໃນປະຊາຄົມຊາວຫວຽດນາມ ທີ່ດໍາລົງຊີວິດຢູ່ປະເທດນີ້. ດ້ວຍພາລະກໍາຮ່ວມເດີນທາງພ້ອມກັບການພັດທະນາກໍາປູເຈຍ, Viettel Global ເຫັນວ່າ ຄວນມີຄວາມຮັບຜິດຊອບຊ່ວຍເຫຼືອຍາດຕິພີ່ນ້ອງຊາວຫວຽດນາມ. ພວກຂ້າພະເຈົ້າຮູ້ວ່າ ການດໍາລົງຊີວິດຂອງຍາດຕິພີ່ນ້ອງເມື່ອຢູ່ໄກບ້ານເກີດເມືອງນອນປະສົບຄວາມຫຍຸ້ງຍາກຫຼາຍຢ່າງກ່ຽວກັບບ່ອນຢູ່ບ່ອນກິນ, ກ່ຽວກັບວຽກເຮັດງານທໍາ, ກ່ຽວກັບການຊອກຮູ້ວັດທະນະທໍາ ກໍ່ຄືຕ້ອງປະເຊີນໜ້າກັບຄວາມຄິດຮອດຄິດເຖິງບ້ານເກີດເມືອງນອນ. ໃນສະພາບການຄືແນວນັ້ນ, ການຊ່ວຍເຫຼືອຂອງພົນລະເມືອງແມ່ນມີຄ່າທີ່ສຸດ”.

leftcenterrightdel
Viettel Global ມອບຂອງຂວັນໃຫ້ຍາດຕິພີ່ນ້ອງຊາວຫວຽດນາມ ທີ່ປະສົບຄວາມຫຍຸ້ງຍາກຢູ່ກໍາປູເຈຍ. ພາບ: qdnd.vn

ຜູ້ຕາງໜ້າຂອງ Viettel Global ແບ່ງປັນຄວາມປາດຖະໜາຢາກນໍາເອົາຄວາມເບີກບານມ່ວນຊື່ນໃນການດໍາລົງຊີວິດມາໃຫ້ຍາດຕິພີ່ນ້ອງ ແລະເພີ່ມເຕີ່ມກໍາລັງໜູນເພື່ອບືນຕົວຂຶ້ນ. ການກະທໍາຂອງ Viettel Global ໄດ້ສະແດງໃຫ້ເຫັນມູນເຊື້ອອັນດີງາມຂອງຊາວຫວຽດນາມ, ນັ້ນແມ່ນພ້ອມແລ້ວທີ່ຈະຊ່ວຍເຫຼືອ ແລະແບ່ງປັນກັບພົນລະເມືອງ. ຄຽງຂ້າງການເຄື່ອນໄຫວມອບຂອງຂວັນໃຫ້ແກ່ຍາດຕິພີ່ນ້ອງຊາວຫວຽດນາມ, ຜູ້ຕາງໜ້າ Viettel Global ກໍ່ໄດ້ໄປຖະຫວາຍທູບທຽນຢູ່ອະນຸສາວະລີມິດຕະພາບ ຫວຽດນາມ-ກໍາປູເຈຍ.

ໂດຍ: ຈາງຫງວຽນ