ຕອນຄໍ່າວັນທີ 14 ມີນາ, ເຫຼົ່າຮົບທະຫານພິເສດ ໄດ້ຈັດຕັ້ງການພົບປະແລກປ່ຽນມວຍ ເພື່ອສະເຫຼີມສະຫຼອງວັນມູນເຊື້ອເຫຼົ່າຮົບທະຫານພິເສດ  (19-3-1967 / 19-3-2023) ໂດຍການເຂົ້າຮ່ວມຂອງ 12 ສະໂມສອນ, ກອງມວຍຢູ່ພາຍໃນ ແລະນອກກອງທັບເຊັ່ນ: ສະໂມສອນມວຍໂຮງຮຽນນາຍທະຫານພິເສດ; ມະຫາວິທະຍາໄລກິລາ-ກາຍະກໍາ ຕື່ເຊີນ (ບັກນິງ); ສູນກິລາ-ກາຍະກໍາກອງທັບ; ນິກາຍ ຫວູລອງກວ່ຽນ; ນິກາຍ ບິ່ງດິ້ງຢາ... ໃນການພົບປະແລກປ່ຽນ, ບັນດາສະໂມສອນໄດ້ສະແດງມວຍນິກາຍຂອງຕົນ  ຜ່ານບັນດາບົດມວຍ ແລະເຕັກນິກຕໍ່ຕ້ານ.

leftcenterrightdel
ນັກກິລາຂອງສູນກິລາ-ກາຍະກໍາກອງທັບສະແດງເຕັກນິກການຕໍ່ສູ້ຕົວຈິງຂອງ Karatedo. ພາບ: qdnd.vn

ການພົບປະແລກປ່ຽນກໍ່ແມ່ນໂອກາດ ເພື່ອໃຫ້ພະນັກງານ, ນັກຮົບບັນດາກົມກອງ, ໂຮງຮຽນຂອງເຫຼົ່າຮົບທະຫານພິເສດ ແລະນັກຮຽນບັນດາສະໂມສອນ ໄດ້ຮໍ່າຮຽນ ແລະແລກປ່ຽນປະສົບການການຝຶກແອບມວຍ, ຮຽນສິ່ງຍອດຢ້ຽມຂອງບັນດານິກາຍ; ຜ່ານນັ້ນ, ຍົກສູງລະດັບຄວາມຮູ້ ແລະທັກສະການຕໍ່ສູ້, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພາລະໜ້າທີ່ໃນສະພາບການໃໝ່. ນີ້ກໍ່ແມ່ນໂອກາດ ເພື່ອຮັດແໜ້ນສາຍພົວພັນສາມັກຄີ ແລະສະໜິດຕິດພັນລະຫວ່າງທະຫານພິເສດກັບບັນດາອົງການ, ກົມກອງຢູ່ພາຍໃນ ແລະນອກກອງທັບກວ່າອີກ.

ໂດຍ: ທະນາພອນ