leftcenterrightdel
ຄະນະນັກທ່ອງທ່ຽວ MICE ສາກົນທຳອິດມານະຄອນດ່ານັ້ງ ໃນປີ 2022. ພາບ: vov.vn

ຄະນະກຳມະການປະຊາຊົນນະຄອນດ່ານັ້ງ ຫາກໍ່ປະກາດໂຄງການໜູນຊ່ວຍນັກທ່ອງທ່ຽວ MICE (ທ່ອງທ່ຽວເຂົ້າຮ່ວມກອງປະຊຸມ, ກອງປະຊຸມສຳມະນາ). ນີ້ແມ່ນຂະບວນນັກທ່ອງທ່ຽວທີ່ເປັນທ່າແຮງບົ່ມຊ້ອນສຳລັບນະຄອນດ່ານັ້ງ. ໂຄງການໜູນຊ່ວຍການດຶງດູດນັກທ່ອງທ່ຽວ MICE ສາກົນລວມມີ: ໜູນຊ່ວຍການຕ້ອນຮັບ, ຊົມເຊີຍ, ສື່ສານ; ໜູນຊ່ວຍການໃຫ້ຄຳປຶກສາ, ຈັດຕັ້ງເຫດການ MICE; ໃຫ້ບຸລິມະສິດກ່ຽວກັບການບໍລິການ… ພາຍຫຼັງປະກາດໃຊ້ໂຄງການໜູນຊ່ວຍ, ພະແນກທ່ອງທ່ຽວນະຄອນດ່ານັ້ງ ໄດ້ຕ້ອນຮັບ 2 ຄະນະນັກທ່ອງທ່ຽວ MICE ສາກົນທຳອິດລວມມີ 558 ຄົນທີ່ມາຈາກ ອິນໂດເນເຊຍ ແລະນັກທ່ອງທ່ຽວ 138 ຄົນ ທີ່ມາຈາກມາເລເຊຍ.

ກ່ອນໜ້ານັ້ນ, ນັບແຕ່ວັນທີ 21 ກຸມພາ ຫາວັນທີ 1 ສິງຫາ 2022, ນະຄອນດ່ານັ້ງ ກໍ່ມີຫຼາຍນະໂຍບາຍໜູນຊ່ວຍນັກທ່ອງທ່ຽວ MICE ຢູ່ພາຍໃນປະເທດ ແລະຕ້ອນຮັບຄະນະນັກທ່ອງທ່ຽວດ້ວຍເກືອບ 15.600 ເທື່ອຄົນ ມາທ່ອງທ່ຽວຢູ່ດ່ານັ້ງ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ