ຫວ່າງມໍ່ໆມານີ້, ນັກຊ່ຽວຊານໃຫ້ຄຳປຶກສາ Henrik Bork ຢູ່ Asia Waypoint ໃຫ້ຮູ້ວ່າ ບັນດາກຸ່ມບໍລິສັດເອເລັກໂຕນິກຂອງຈີນ, ຄື: Luxshare Precision Industry, Goertek ແລະໂຮງງານຕິດຕ້ັງ iPhone Pegatron ຂອງ ໄຕ້ຫວັນ (ຈີນ) ພວມຍົກຍ້າຍໂຮງງານມາຫວຽດນາມ. ໃນຂະນະນັ້ນ, ໃນຕົ້ນເດືອນ ມິຖຸນາ, ວາລະສານ Nikkei Asia ຂອງຍີ່ປຸ່ນ  ໃຫ້ຮູ້ວ່າ Apple ພວມຍົກຍ້າຍການເຄື່ອນໄຫວຜະລິດ iPad ອອກຈາກ ຈີນ, ມຸ່ງເຂົ້າ ຫວຽດນາມ. ວິທະຍຸກະຈາຍສຽງ DW ຂອງ ເຢຍລະມັນ ໃຫ້ຂ່າວວ່າ ບັນດາບໍລິສັດ, ພິເສດແມ່ນໃນຂະແໜງອຸດສາຫະກຳເອເລັກໂຕນິກ, ພວມລົງທຶນເຂົ້າຫວຽດນາມ ຫຼາຍທີ່ສຸດ. ເດືອນ ກຸມພາ, ກຸ່ມບໍລິສັດເອເລັກໂຕນິກ Samsung ແຖວໜ້າຂອງ ສ. ເກົາຫຼີ ປະກາດວ່າ ຈະລົງທຶນເຂົ້າຫວຽດນາມ ຕື່ມອີກ 920 ລ້ານໂດລາສະຫະລັດ.

leftcenterrightdel
ຜະລິດເຄື່ອງອາໄຫຼ່ເອເລັກໂຕນິກ ຢູ່ບໍລິສັດເອເລັກໂຕນິກ YPE Vina, ເຂດອຸດສາຫະກໍາບິ່ງຊວຽນ 2 ຫວິງຟຸກ. ພາບ: ສຳນັກຂ່າວສານຫວຽດນາມ.

ຕາມນັກຊ່ຽວຊານ Raphael Mok  ຢູ່ບໍລິສັດໃຫ້ຄຳປຶກສາ Fitch Solutions ແລ້ວ, ຫວຽດນາມ ຈະແມ່ນໜຶ່ງໃນບັນດາປະເທດໄດ້ຮັບຜົນປະໂຫຍດຈາກການຫັນປ່ຽນຕ່ອງໂສ້ການສະໜອງ. ໃນຂະນະນັ້ນ, ໃນບົດຂຽນທີ່ລົງໃນທ້າຍເດືອນພຶດສະພາ ຜ່ານມາ, ວິທະຍຸກະຈາຍສຽງ DW ຂອງເຢຍລະມັນ ໃຫ້ຂໍ້ສັງເກດວ່າ ມີທ່າອ່ຽງຍົກຍ້າຍການຜະລິດເຕັກໂນໂລຢີສູງ ຈາກ ຈີນ ມາຫວຽດນາມ. ຕາມ DW ແລ້ວ, ທ່ານ Daniel Müller, ຫົວໜ້າສະມາຄົມວິສາຫະກິດອາຊີ-ປາຊີຟິກ ຂອງເຢຍລະມັນ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍ່ແມ່ນຈຸດນັດພົບທີ່ເຕັມໄປດ້ວຍຄວາມຫວັງຂອງບັນດາບໍລິສັດ ເຢຍລະມັນ.

ໂດຍ: ແສງເດືອນ