ແລກປ່ຽນກ່ຽວກັບສາຍພົວພັນຫວຽດນາມ-ກໍາປູເຈຍ, ນາຍົກລັດຖະມົນຕີສອງທ່ານ ໄດ້ຕີລາຄາສູງເລື່ອງສອງຝ່າຍຮັກສາການພົບປະ, ແລກປ່ຽນຂັ້ນສູງ ແລະບັນດາກົນໄກຮ່ວມມືໃນທຸກຂົງເຂດ, ຮັກສາລະດັບເຕີບໂຕດ້ານການຄ້າສູງດ້ວຍວົງເງິນການຄ້າສອງສົ້ນໃນ 5 ເດືອນຕົ້ນປີ 2022 ບັນລຸ 5,44 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Hun Sen ນາຍົກລັດຖະມົນຕີກຳປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ.

ນາຍົກລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະຜັນຂະຫຍາຍບັນດາການເຄື່ອນໄຫວໃນຂອບເຂດ “ປີມິດຕະພາບຫວຽດນາມ-ກໍາປູເຈຍ 2022” ໃຫ້ດີ, ໃນນັ້ນມີພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ ວັນທີ 24 ມິຖຸນາ 2022 ຢູ່ນະຄອນຫຼວງຮ່າໂນ້ຍ, ຍູ້ແຮງການຮ່ວມມືໃນທຸກຊ່ອງພັກ, ລັດຖະບານ, ສະພາແຫ່ງຊາດ ແລະການພົບປະແລກປ່ຽນລະຫວ່າງບັນດາອົງການຈັດຕັ້ງມະຫາຊົນສອງປະເທດ.

ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາເວທີປາໄສສາກົນ, ພາກພື້ນ ແລະອະນຸພາກພື້ນ, ພິເສດໃນປີກໍາປູເຈຍ ຮັບດໍາລົງຕໍາແໜ່ງເປັນປະທານອາຊຽນ 2022.

ໂດຍ: ໄຊນີດາ