leftcenterrightdel
ແຂວງແຄ໊ງຮວ່າ ທົດລອງຕ້ອນຮັບນັກທ່ອງທ່ຽວລັດເຊຍ ໃນເດືອນທັນວາ 2021. ພາບ: ຖຸ່ຍລິງ.

ໃນນ້ັນ, ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງວັດທະນະທຳ, ກິລາ ແລະການທ່ອງທ່ຽວ ເປັນປະທານສົມທົບກັບບັນດາກະຊວງ, ຂະແໜງການກ່ຽວຂ້ອງ ແລະບັນດາທ້ອງຖິ່ນສ້າງແຜນການ ແລະຜັນຂະຫຍາຍປະຕິບັດແຜນການ, ມາດຕະການເປີດປະຕູເຄື່ອນໄຫວການທ່ອງທ່ຽວສາກົນຢ່າງປອດໄພ, ມີວິທະຍາສາດ, ມີປະສິດທິຜົນ; ຈັດຕ້ັງກອງປະຊຸມສຳມະນາ ດ້ວຍການເຂົ້າຮ່ວມຂອງບັນດານັກຊ່ຽວຊານ, ນັກວິທະຍາສາດ, ນັກຄຸ້ມຄອງ, ເປົ້າໝາຍຖືກຜົນກະທົບເພື່ອສ້າງຄວາມເຫັນດີເປັນເອກະພາບ; ຍູ້ແຮງການໂຄສະນາ, ສື່ສານກ່ຽວກັບການຮັບປະກັນຄວາມປອດໄພໃຫ້ນັກທ່ອງທ່ຽວ ແລະສານ “ຫວຽດນາມ ແມ່ນຈຸດນັດພົບປອດໄພ”, ສ້າງແຜນການລະອຽດ ແລະປະກາດຢ່າງເປີດເຜີຍເພື່ອໃຫ້ຜູ້ກ່ຽວຂ້ອງຮັບຊາບ ແລະເປັນເຈົ້າການປະຕິບັດ...

ໂດຍ: ແສງເດືອນ