ທີ່ການໂອ້ລົມສົນທະນາທາງໂທລະສັບ, ລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ຊົມເຊີຍຜົນງານຂອງ ບັງກະລາເທດ ໃນຊຸມປີຜ່ານມາກ່ຽວກັບການພັດທະນາເສດຖະກິດ-ສັງຄົມ, ພິເສດແມ່ນການຄວບຄຸມໂລກພະຍາດ ແລະຟື້ນຟູເສດຖະກິດໃນປີ 2021, ພ້ອມທັງຕີລາຄາສູງຕໍ່ການພັດທະນາຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ.

leftcenterrightdel
ຕອນບ່າຍວັນທີ 12 ມັງກອນ, ລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໂອ້ລົມທາງໂທລະສັບກັບລັດຖະມົນຕີການຕ່າງປະເທດບັງກະລາເທດ Adul Momen. ພາບ: ຕ໊ວນແອັງ.

ລັດຖະມົນຕີ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ເຄົາລົບນ້ຳໃຈອັນດີງາມ ແລະການສະໜັບສະໜູນອັນລ້ຳຄ່າຂອງລັດຖະບານ ແລະປະຊາຊົນ ບັງກະລາເທດ ຕໍ່ກັບພາລະກິດຕໍ່ສູ້, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນກໍ່ຄືກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມ ໃນປະຈຸບັນ.

ລັດຖະມົນຕີ ສະແດງຄວາມປິຕິຊົມຊື່ນຕໍ່ເລື່ອງວົງເງິນການຄ້າສອງຝ່າຍເພີ່ມຂຶ້ນ 30% ໃນປີ 2021 ເຖິງວ່າໂລກລະບາດສືບຕໍ່ຜັນແປສັບສົນ; ພ້ອມທັງປາດຖະໜາຢາກຊຸກຍູ້ການພົວພັນກັບ ບັງກະລາເທດ ໃນໄລຍະຈະມາເຖິງໃນທັງຂົງເຂດສອງຝ່າຍ ແລະຫຼາຍຝ່າຍກວ່າອີກ.

ລັດຖະມົນຕີການຕ່າງປະເທດ ບັງກະລາເທດ ຊົມເຊີຍຫວຽດນາມ ທີ່ບັນລຸໄດ້ຜົນງານທີ່ເປັນໜ້າປະທັບໃຈໃນການພັດທະນາເສດຖະກິດ-ສັງຄົມ ໃນຊຸມປີຜ່ານມາ; ເຫັນດີເປັນເອກະພາບຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືທີ່ເປັນມູນເຊື້ອສອງປະເທດກວ່າອີກ, ພິເສດແມ່ນບັນດາຂົງເຂດ: ເສດຖະກິດ-ການຄ້າ, ການທ່ອງທ່ຽວ... ກໍ່ຄືເພີ່ມທະວີການສະໜັບສະໜູນເຊິ່ງກັນ ແລະກັນທີ່ເວທີປາໄສສາກົນ ແລະພາກພື້ນ.

ໂດຍ: ແສງເດືອນ