leftcenterrightdel
“ເວທີປາໄສເລີ່ມທຸລະກິດຕິດພັນກັບລາຍການໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP) ໃຫ້ຊາວໜຸ່ມ, ນັກສຶກສາ” ດໍາເນີນໃນລະຫວ່າງວັນທີ 1-3 ທັນວາ. ພາບ: nongnghiep.vn.

ເວທີປາໄສຈັດຕັ້ງທີ່ແອບພລິເຄຊັນ Zoom ແລະຖ່າຍທອດສົດຜ່ານ fanpage ສູນພັດທະນາຊົນນະບົດ - Saemaul Undong. ຜູ້ເຂົ້າຮ່ວມຈະໄດ້ຮັບແບ່ງປັນກ່ຽວກັບບົດຮຽນຕົວຈິງໃນວິວັດແຫ່ງການເລີ່ມທຸລະກິດ, ພິເສດແມ່ນການເລີ່ມທຸລະກິດຕິດພັນກັບລາຍການ OCOP ຜ່ານພຶດຕິກຳຕົວຈິງຂອງນັກບັນລະຍາຍ. ຈາກນັ້ນສ້າງກໍາລັງໜູນຊຸກຍູ້ການຫັນແນວຄວາມຄິດເລີ່ມທຸລະກິດໃຫ້ປະກົດຜົນເປັນຈິງ, ຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງແຕ່ລະທ້ອງຖິ່ນຢ່າງມີປະສິດທິຜົນ, ພັດທະນາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງເຂດພາກ, ສ້າງເສດຖະກິດຄອບຄົວໃຫ້ໝັ້ນຄົງ.

ໂດຍ: ຈາງຫງວຽນ