leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ປຶກສາຫາລືທີ່ກອງປະຊຸມ, ບັນດາຜູ້ແທນຖືວ່າ ການແຜ່ລະບາດພະຍາດໂຄວິດ-19 ຄັ້ງທີ 4 ແມ່ນມີຄວາມສັບສົນທີ່ສຸດ, ມີການຜັນແປຢ່າງວ່ອງໄວ ແລະອັນຕະລາຍ; ສົ່ງຜົນກະທົບຢ່າງໃຫຍ່ຫຼວງເຖິງຊີວິດອິນຊີ, ສຸຂະພາບ ແລະການດຳລົງຊີວິດຂອງປະຊາຊົນ ແລະທຸກດ້ານໃນຂົງເຂດເສດຖະກິດ-ສັງຄົມຂອງປະເທດ. ແຕ່ຍ້ອນມີຄວາມຕັດສິນໃຈສູງ, ຄວາມເປັນເອກະພາບ, ເປັນຈິດໜຶ່ງໃຈດຽວ, ຮ່ວມແຮງຮ່ວມໃຈຂອງທັງລະບົບການເມືອງ, ຂອງປະຊາຊົນ, ສະພາບພະຍາດໂຄວິດ-19 ໃນທົ່ວປະເທດໄດ້ຮັບການຄວບຄຸມໂດຍພື້ນຖານ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເນັ້ນໜັກວ່າ ການຜັນປ່ຽນທີ່ບັນລຸໄດ້ໃນວຽກງານປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ໃນໄລຍະຜ່ານມາຈະສືບຕໍ່ຢັ້ງຢືນໃຫ້ເຫັນວ່າ ວຽກງານປ້ອງກັນ, ຕ້ານໂລກລະບາດ ພວມໄປຖືກທິດ ແລະບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ອຳນາດການປົກຄອງທຸກຂັ້ນ, ທຸກຂະແໜງການ ແລະທ້ອງຖິ່ນຈົ່ງເປັນເຈົ້າການກໍ່ສ້າງ ແລະຈັດຕັ້ງແຜນການປັບຕົວຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໄດ້ຢ່າງມີປະສິດທິຜົນ. ສືບຕໍ່ນຳເຂົ້າວັກຊິນກັນໂຄວິດ-19 ແລະຊຸກຍູ້ການຜະລິດວັກຊິນພາຍໃນປະເທດ; ມີມາດຕະການສັງລວມ; ສືບຕໍ່ເສີມຂະຫຍາຍບົດບາດໃຈກາງ ແລະຍົກສູງລັກສະນະເປັນເຈົ້າການຂອງວິສາຫະກິດໃນການຜະລິດ ແລະປະຕິບັດບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19. ທ້ອງຖິ່ນຕ່າງໆ ສືບຕໍ່ເປັນເຈົ້າການ, ອັບເດດສະພາບພະຍາດໂຄວິດ-19 ໃນບໍລິເວນເປັນປະຈຳ, ກໍ່ສ້າງ ແລະຜັນຂະຫຍາຍແຜນການຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມ, ສູ້ຊົນບັນລຸບັນດາເປົ້າໝາຍ, ຄາດໝາຍປີ 2021 ທີ່ໄດ້ວາງອອກໃຫ້ຢູ່ໃນລະດັບສູງສຸດ.

ໂດຍ: ທະນາພອນ