leftcenterrightdel
ວັກຊິນ AstraZeneca. ພາບ: ສໍານັກຂ່າວສານຫວຽດນາມ.

ດັ່ງນັ້ນ, ພ້ອມກັບວັກຊິນ 812.060 ໂດສ ທີ່ໄດ້ຮັບໃນວັນທີ 14 ກັນຍາແລ້ວ, ມາຮອດປະຈຸບັນ, ອີຕາລີ ໄດ້ມອບວັກຊິນທັງໝົດຫຼາຍກວ່າ 2,8 ລ້ານໂດສ ເພື່ອຊ່ວຍເຫຼືອຫວຽດນາມ. ກ່ອນໜ້ານັ້ນ, ໃນຈົດໝາຍຂອບໃຈທ່ານນາຍົກລັດຖະມົນຕີອີຕາລີ Mario Draghi, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ໄດ້ຕີລາຄາສູງການກະທໍາອັນສູງສົ່ງ ແລະການຊ່ວຍເຫຼືອຢ່າງແທດຈິງຂອງອີຕາລີ ທີ່ສະຫງວນໃຫ້ແກ່ຫວຽດນາມ ໃນໄລຍະພະຍາດໂຄວິດ-19 ຜັນແປຢ່າງສັບສົນ. ນີ້ກໍ່ແມ່ນພະຍານຫຼັກຖານໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອີຕາລີ ແລະນໍ້າໃຈສາມັກຄີມິດຕະພາບ, ຄວາມສະໜິດຕິດພັນອັນຍາວນານລະຫວ່າງສອງຊາດ.

ໂດຍ: ທະນາພອນ