leftcenterrightdel
ຮ້ານສິນຄ້າຂອງຫວຽດນາມ ທີ່ງານຕະຫຼາດນັດປີນີ້. ພາບ: congthuong.vn.

ຮ້ານສິນຄ້າດ້ວຍຜະລິດຕະພັນຫຼາຍຮູບຫຼາຍແບບທີ່ມາຈາກ 30 ກວ່າບໍລິສັດຂອງຫວຽດນາມ ເຂົ້າຮ່ວມ. ປີນີ້, ຜະລິດຕະພັນທີ່ນຳມາວາງສະແດງ, ແນະນໍາບໍ່ພຽງແຕ່ມີຜະລິດຕະພັນທີ່ເປັນມູນເຊື້ອ, ຄື: ເຄື່ອງຫັດຖະກໍາ, ເຄື່ອງຫວາຍ, ສານໄມ້ໄຜ່, ເຄື່ອງດິນເຜົາເຄືອບ, ເຄື່ອງປະດັບໄມ້, ຖົງຜື, ເຄື່່ອງຕັດຫຍິບ, ເຄື່ອງຫຸ້ມຫໍ່ເປັນມິດກັບສິ່ງແວດລ້ອມ... ແລ້ວ; ຍັງມີກາເຟ, ຊາ, ອາຫານແຫ້ງ, ເຂົ້າໜົມ, ເຄື່ອງດື່ມ, ເຄື່ຶອງເທດອີກດ້ວຍ...  

ຮ້ານສິນຄ້າຂອງຫວຽດນາມ ມີແຂກຫຼາຍຄົນມາຊົມ, ຊອກຮູ້, ແລກປ່ຽນກ່ຽວກັບຜະລິດຕະພັນ. ບັນດາບໍລິສັດຂອງຍີ່ປຸ່ນໄດ້ສະເໜີວິສາຫະກິດຂອງຫວຽດນາມ ຮ່ວມມື, ແຈ້ງລາຄາ, ສົ່ງຮູບແບບ, ຈາກນັ້ນເປີດໂອກາດໃຫ້ສິນຄ້າຫວຽດນາມ ສົ່ງອອກໄປຍັງຍີ່ປຸ່ນ.

ໂດຍ: ໄຊຊະນະ