ກ່າວຄຳເຫັນທີ່ພິທີ, ທ່ານ ໂຕແອັງຢູງ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ ສະແດງຄວາມຂອບອົກຂອບໃຈ ແລະຕີລາຄາສູງຕໍ່ການໜູນຊ່ວຍອັນລ້ຳຄ່າ, ທັນການຂອງລັດຖະບານ, ປະຊາຊົນຝລັ່ງ ແລະລັດຖະບານ, ປະຊາຊົນອີຕາລີ ເພື່ອປະກອບສ່ວນຢ່າງແທດຈິງໃຫ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ຫວຽດນາມ. ນີ້ແມ່ນພະຍານຫຼັກຖານສະແດງໃຫ້ເຫັນການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ກັບຝລັ່ງ ແລະອີຕາລີ ໃນຊຸມປີຜ່ານມາກໍ່ຄືນ້ຳໃຈມິດຕະພາບ, ຄວາມສາມັກຄີ, ພ້ອມກັນແບ່ງປັນຄວາມຫຍຸ້ງຍາກ, ຜ່ານຜ່າພະຍາດໂຄວິດ-19. ທ່ານ ໂຕແອັງຢູງ ຕີລາຄາສູງຂໍ້ລິເລີ່ມສ້າງຕັ້ງໂຄງການໂຄແວັກ ເພື່ອຮັບປະກັນການເຂົ້າເຖິງວັກຊິນກັນພະຍາດໂຄວິດ-19 ໃນທ່ົວໂລກຢ່າງທ່ຽງທຳ ແລະສະເໝີພາບ. ຝລັ່ງ ແລະອີຕາລີ ແມ່ນສອງໃນຈຳນວນປະເທດອຸປະຖຳແຖວໜ້າຂອງອີຢູ ໃຫ້ແກ່ໂຄງການໂຄແວັກ. ສອງປະເທດກໍ່ແມ່ນບັນດາຄູ່ຮ່ວມມືການຄ້າສຳຄັນຂອງຫວຽດນາມ ແລະແມ່ນຄູ່ຮ່ວມມືພັດທະນາຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ). ທ່ານ ໂຕແອັງຢູງ ເຊື່ອໝັ້ນວ່າ ການປະກອບສ່ວນອັນລ້ຳຄ່າຂອງຝລັ່ງ ແລະອີຕາລີ ໃຫ້ແກ່ຫວຽດນາມ ແລະບັນດາປະເທດອາຊຽນ ປະກອບສ່ວນຊຸກຍູ້ການເປີດປະຕູໂດຍໄວ, ສ້າງເງື່ອນໄຂ ໃຫ້ວິສາຫະກິດ ແລະປະຊາຊົນໄປມາຫາສູ່ກັນຢ່າງສະດວກ.

leftcenterrightdel
ທ່ານ ໂຕແອັງຢູງ ຮອງລັດຖະມົນຕີຕ່າງປະເທດ ແລະທ່ານ ເຈິ່ນວັນຖ໊ວນ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຮັບສັນຍາລັກວັກຊິນ AstraZeneca ຈໍານວນ 672.000 ໂດສ ໂດຍລັດຖະບານ ແລະປະຊາຊົນ ຝລັ່ງ ສະໜັບສະໜູນ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ທ່ານ ໂຕແອັງຢູງ ຮອງລັດຖະມົນຕີຕ່າງປະເທດ ແລະທ່ານ ເຈິ່ນວັນຖ໊ວນ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຮັບສັນຍາລັກວັກຊິນ AstraZeneca ຈໍານວນເກືອບ 1,5 ລ້ານໂດສ ຂອງຝລັ່ງ ແລະອີຕາລີ ອຸປະຖຳຜ່ານໂຄງການໂຄແວັກ. ພາບ: ສໍານັກຂ່າວສານຫວຽດນາມ.

ມາຮອດປະຈຸບັນ, ຝລັ່ງ ແລະອີຕາລີ ແມ່ນສອງໃນຈຳນວນປະເທດສະມາຊິກຂອງອີຢູ ອຸປະຖຳວັກຊິກກັນພະຍາດໂຄວິດ-19 ໃຫ້ຫວຽດນາມ ຫຼາຍທ່ີສຸດ. ນີ້ແມ່ນໝາກຜົນຂອງວິວັດການຂົນຂວາຍຢ່າງຕັ້ງໜ້າຢູ່ທຸກຂັ້ນ, ໃນນັ້ນມີເລື່ອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ສົນທະນາທາງໂທລະສັບ ແລະສົ່ງຈົດໝາຍໃຫ້ທ່ານ Jean Castex ນາຍົກລັດຖະມົນຕີຝລັ່ງ ແລະທ່ານ Mario Draghi ນາຍົກລັດຖະມົນຕີອີຕາລີ.

ໂດຍ: ແສງເດືອນ