leftcenterrightdel
ພາບປະກອບຈາກ: hcmcpv.org.vn.

ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໄດ້ຮຽກຮ້ອງໃຫ້ບໍລິສັດໃຫຍ່ Viettel Post ເຂົ້າຮ່ວມແຜນການ “ຮັບປະກັນການສະໜອງສິນຄ້າທີ່ຈໍາເປັນຢູ່ບັນດາແຂວງ, ນະຄອນຂຶ້ນກັບສູນກາງທີ່ກໍາລັງປະຕິບັດການຮັກສາໄລຍະຫ່າງໃນສັງຄົມ” ດ້ວຍເນື້ອໃນປະຕິບັດ, ຄື: ຂົນສົ່ງສິນຄ້າໄປໃຫ້ບັນດາແຂວງ, ນະຄອນຢູ່ເຂດທີ່ມີພະຍາດລະບາດ; ຜັນຂະຫຍາຍບັນດາຈຸດສະໜອງສິນຄ້າທີ່ຈໍາເປັນ; ສະໜອງສິນຄ້າໄປໃຫ້ປະຊາຊົນ. Viettel Post ຢັ້ງຢືນວ່າ ຈະຮັບປະກັນຄວາມຕ້ອງການໃນການຂົນສົ່ງສິນຄ້າຂອງລູກຄ້າໄປຍັງທ້ອງຖິ່ນທີ່ປະຕິບັດການຮັກສາໄລຍະຫ່າງໃນສັງຄົມ. ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຈະຮັກສາການຂົນສົ່ງສິນຄ້າທີ່ຈໍາເປັນໄປຍັງເຂດທີ່ມີພະຍາດລະບາດ, ເພີ່ມເຕີມສິນຄ້າທີ່ຈໍາເປັນປະເພດຕ່າງໆໃຫ້ລູກຄ້າດ້ວຍລະດັບລາຄາເປັນປົກກະຕິເພື່ອແນໃສ່ຈໍາກັດໄພອັນຕະລາຍເກີດຂຶ້ນສະພາບການຂາດລະບົບສະໜອງສິນຄ້າຢ່າງຕໍ່ເນື່ອງ.

ໂດຍ: ຈາງຫງວຽນ