ນີ້ແມ່ນວັກຊິນ Moderna ຊຸດທີສອງໄດ້ມາຮອດຫວຽດນາມ ໃນເດືອນນີ້, ຍົກຈໍານວນວັກຊິນໂດຍລັດຖະບານອາເມລິກາ ໜູນຊ່ວຍຫວຽດນາມ ຜ່ານໂຄງການໂຄແວັກ ຂຶ້ນເຖິງ 5 ລ້ານກວ່າໂດສ. ວັກຊິນໄດ້ຮັບການໜູນຊ່ວຍຜ່ານໂຄງການແບ່ງປັນວັກຊິນຂອງໂຄແວັກ,  ຕາມນັ້ນແລ້ວບັນດາປະເທດທີ່ມີວັກຊິນຫຼາຍຈະແບ່ງປັນວັກຊິນໃຫ້ປະເທດອື່ນໆ ເພື່ອແນໃສ່ຊ່ວຍປົກປ້ອງກຸ່ມຖືກສ່ຽງໄພສູງທີ່ສຸດໃນໂລກ. ຈໍານວນວັກຊິນນີ້ຈະປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍສັກວັກຊິນໃຫ້ໄດ້ 20% ຢູ່ປະເທດທີ່ມີລາຍຮັບຕໍ່າ ແລະປານກາງໃນໄລຍະຈັດແບ່ງວັກຊິນຊຸດທໍາອິດ.

leftcenterrightdel
ມາຮອດປະຈຸບັນ, ຫວຽດນາມ ໄດ້ຮັບວັກຊິນ 7 ກວ່າລ້ານໂດສຈາກໂຄງການໂຄແວັກ. ພາບ: UNCEF.

ມາຮອດປະຈຸບັນ, ຫວຽດນາມ ໄດ້ຮັບວັກຊິນ 7 ກວ່າລ້ານໂດສຈາກໂຄງການໂຄແວັກ, ລວມມີວັກຊິນ Moderna 5 ກວ່າລ້ານໂດສໂດຍລັດຖະບານອາເມລິກາ ໜູນຊ່ວຍ ແລະວັກຊິນ AstraZeneca 2 ກວ່າລ້ານໂດສ.

ໃນຫຼາຍເດືອນຜ່ານມາ, ບັນດາຄູ່ຮ່ວມມືໂຄງການໂຄແວັກ, ລວມມີ CEPI, GAVI, WHO ແລະຄູ່ຮ່ວມມືສະໜອງ UNICEF ໄດ້ ແລະກໍາລັງໜູນຊ່ວຍຫວຽດນາມ ໃນຄວາມມານະພະຍາຍາມກຽມພ້ອມ ແລະຜັນຂະຫຍາຍວັກຊິນກັນພະຍາດໂຄວິດ-19 ໃນທົ່ວປະເທດ. ບັນດາຄູ່ຮ່ວມມືໄດ້ໜູນຊ່ວຍຫວຽດນາມ ຢ່າງຕັ້ງໜ້າໃນການສ້າງແຜນການສັກວັກຊິນແຫ່ງຊາດ, ເພາະວ່າຫວຽດນາມ ເຂົ້າຮ່ວມຄໍາໝັ້ນສັນຍາຕະຫຼາດກ່ອນ (AMC). AMC ແມ່ນໜຶ່ງໂຄງການການເງິນປະດິດສ້າງ ເພື່ອຊ່ວຍຮັບປະກັນໃຫ້ທົ່ວໂລກເຂົ້າເຖິງວັກຊິນກັນພະຍາດໂຄວິດ-19 ຢ່າງຍຸຕິທໍາ.

ໂດຍ: ກວຽດເຕີມ