ຊຸກຍູ້ການສົ່ງອອກໝາກລິນຈີ່ບັ໊ກຢາງ
ກປ.ອອນໄລ - ຕອນເຊົ້າວັນທີ 8 ມິຖຸນາ, ຢູ່ສູນປະຊຸມແຂວງບັ໊ກຢາງ, ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງບັ໊ກຢາງ, ກະຊວງກະສິກຳ ແລະພັດທະນາຊົນນະບົດ ຈັດກອງປະຊຸມທາງໄກສົ່ງເສີມການບໍລິໂພກອຸປະໂພກໝາກລິນຈີ່ແຂວງບັ໊ກຢາງ ປີ 2021.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: baolangson.vn |
ກອງປະຊຸມໄດ້ເຊື່ອມຕໍ່ 22 ຈຸດຖ່າຍທອດຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ ແລະ 8 ຈຸດຖ່າຍທອດຢູ່ຍີ່ປຸ່ນ, ອົດສະຕາລີ, ສິງກະໂປ ແລະຈີນ. ມາຮອດປະຈຸບັນ, ໝາກລິນຈີ່ຂອງແຂວງບັ໊ກຢາງ ໄດ້ຮັບການປົກປ້ອງເຄື່ອງໝາຍການຄ້າຢູ່ 8 ປະເທດ (ຈີນ, ອາເມລິກາ, ຍີ່ປຸ່ນ, ອົດສະຕາລີ, ສ.ເກົາຫຼີ, ສິງກະໂປ, ລາວ, ກຳປູເຈຍ). ພິເສດ, ໃນເດືອນ ມີນາ 2021, ໝາກລິນຈີ່ລຸກງ້ານ (ບັ໊ກຢາງ) ໄດ້ກາຍເປັນຜະລິດຕະພັນກະເສດທຳອິດຂອງຫວຽດນາມ ທີ່ໄດ້ຮັບການປົກປ້ອງຖິ່ນກໍາເນີດຢ່າງເປັນທາງການຢູ່ຍີ່ປຸ່ນ, ເປີດຊ່ອງທາງໃຫ້ແກ່ການຊຸກຍູ້ການປົກປ້ອງຖິ່ນກໍາເນີດໝາກລິນຈີ່ຢູ່ປະເທດອື່ນ; ພ້ອມທັງເປັນ "ໜັງສືຜ່ານແດນ" ເພື່ອໃຫ້ໝາກລິນຈີ່ລຸກງ້ານ ໄດ້ສົ່ງອອກໄປຍັງຕະຫຼາດໃຫຍ່ ແລະມີທ່າແຮງບົ່ມຊ້ອນທີ່ຕ່າງກັນ. ແຂວງບັ໊ກຢາງ ພວມກ້າວເຂົ້າສູ່ຊຸມວັນເກັບກ່ຽວໝາກລິນຈີ່ ປີ 2021, ຄຸນນະພາບໄດ້ຮັບການຕີລາຄາວ່າດີທີ່ສຸດນັບແຕ່ກ່ອນຈົນມາຮອດປະຈຸບັນ.
ໂດຍ: ທະນາພອນ