ບົດຂຽນໄດ້ໃຫ້ຂໍ້ສັງເກດວ່າ ຫວຽດນາມ ໄດ້ໂດດເດັ່ນຂຶ້ນຢ່າງແຮງຈາກພະຍາດໂຄວິດ-19. ດ້ວຍຈໍານວນພົນລະເມືອງສູງຢູ່ໃນລະດັບ 95 ລ້ານຄົນ, ຫວຽດນາມ ຍັງສາມາດຄວບຄຸມພະຍາດໂຄວິດ-19 ໄດ້ໄວກວ່າຫຼາຍປະເທດພັດທະນາ, ໃນຂະນະທີ່ມີຜູ້ຕິດເຊື້ອເສຍຊີວິດໜ້ອຍທີ່ສຸດທີ່ໄດ້ຮັບຮູ້ຈົນເຖິງປະຈຸບັນ.

leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ບົດຂຽນໄດ້ຄັດສະເໜີຄໍາວິເຄາະຂອງທ່ານ James Johnstone, ນັກຊ່ຽວຊານ ແລະຄຸ້ມຄອງກອງທຶນຕະຫຼາດດ້ອຍກ້າວໜ້າ (ມີຊື່ວ່າກອງທຶນບັນດາຕະຫຼາດທີ່ຫາກໍ່ພົ້ນເດັ່ນລຸ້ນຕໍ່ໄປ RWC) ຂອງກຸ່ມບໍລິສັດ RWC Partners ໃຫ້ຮູ້ວ່ານັບແຕ່ປີ 2010 ມາ, ຫວຽດນາມ ໄດ້ເລີ່ມຕົ້ນຫັນປ່ຽນຜົນສໍາເລັດຈາກພື້ນຖານເສດຖະກິດກະສິກໍາມາເປັນພື້ນຖານເສດຖະກິດຢ່າງມີໄຫວພິບໂດຍອີງໃສ່ການຜະລິດ ແລະການບໍລິການ.

ປີ 2020, ພື້ນຖານເສດຖະກິດຫວຽດນາມ ສືບຕໍ່ໄດ້ຮັບການປັບປຸງຍ້ອນການສົ່ງອອກສິນຄ້າ ແລະເຄື່ອງຕໍ່າແຜ່ນຕັດຫຍິບ ແລະສາມາດຮັກສາໄດ້ທ່າເຕີບໂຕ. ມີຫຼາຍເຫດຜົນເພື່ອນໍາຫວຽດນາມ ເຂົ້າກອງທຶນຕະຫຼາດດ້ອຍກ້າວໜ້າ. ໃນປີ 2020, ໂທລະສັບສະຫຼາດ ແລະບັນດາເຄື່ອງອາໄຫຼ່ປ່ຽນແທນໄດ້ກວມເອົາ 18,1% ຍອດວົງເງິນສົ່ງອອກ, ຕໍ່ມາແມ່ນຄອມພິວເຕີ 15,8% ແລະເຄື່ອງຕໍ່າແຜ່ນຕັດຫຍິບ 10,5%. ເຖິງຢ່າງໃດກໍ່ຕາມ, ປະຈຸບັນ, ກໍາລັງແຮງທາງດ້ານເສດຖະກິດຂອງຫວຽດນາມ ຍັງແມ່ນຂະແໜງການທ່ອງທ່ຽວ, ຍ້ອນມີກວ່າ 30% ຍອດຜະລິດຕະພັນພາຍໃນ (GDP) ແມ່ນໄດ້ມາຈາກຂະແໜງການບໍລິການ, ໃນນັ້ນມີໂຮງແຮມ, ຮ້ານຂາຍເຄື່ອງ ແລະຂົນສົ່ງ.

ໂດຍ: ເຈິ່ນຮວ່ຽນ