leftcenterrightdel
ທ່ານນາງ Janet Yellen ລັດຖະມົນຕີກະຊວງການເງິນອາເມລິກາ. ພາບ:  Reuters.

ທ່ານນາງ ເລທິທູຮັ່ງ ໄດ້ເນັ້ນໜັກວ່າ “ໃນໄລຍະຜ່ານມາ, ບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ໄດ້ແລກປ່ຽນຂໍ້ມູນຂ່າວສານ ແລະມີການປຶກສາຫາລືກັບຝ່າຍອາເມລິກາ ເພື່ອເຮັດແຈ້ງນະໂຍບາຍອັດຕາເງິນຕາຂອງຫວຽດນາມ ໂດຍອົງການຄຸ້ມຄອງບໍລິຫານໃຫ້ຄົບຊຸດ, ຄ່ອງແຄ້ວ, ສອດຄ່ອງກັບພຶດຕິກໍາຕົວຈິງຂອງຫວຽດນາມ ເພື່ອເຮັດໃຫ້ຄວາມສົມດຸນມະຫາພາກເປັນປົກກະຕິ, ບໍ່ໄດ້ແນໃສ່ສ້າງທ່າໄດ້ປຽບໃນການແກ່ງແຍ້ງທີ່ບໍ່ມີຄວາມສະເໝີພາບໃນການຄ້າສາກົນ. ບົນຈິດໃຈຖືເປັນສໍາຄັນການພົວພັນດ້ານເສດຖະກິດ-ການຄ້າກັບອາເມລິກາ, ເປັນເສົາຄ້ໍາໜຶ່ງຂອງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ, ຫວຽດນາມ ຈະຮັກສາການເຈລະຈາ ແລະມີການປຶກສາຫາລືທີ່ສ້າງສັນກັບຝ່າຍອາເມລິກາ ກ່ຽວກັບບັນຫານີ້”.

ໂດຍ: ໄຊນີດາ