ທີ່ເວທີປາໄສ, ທ່ານ ຫວູບ໊າຟູ໊ ຫົວໜ້າກົມສົ່ງເສີມການຄ້າ ໄດ້ຕີລາຄາສູງຕໍ່ຄວາມສາມາດບົ່ມຊ້ອນຂອງນັກລົງທຶນສິງກະໂປ ແລະຢັ້ງຢືນວ່າ ໃນໄລຍະຈະມາເຖິງ ສິງກະໂປ ລົງທຶນເຂົ້າຫວຽດນາມ ຍັງຈະສືບຕໍ່ເພີ່ມຂຶ້ນໂດຍໄວ.

leftcenterrightdel
ທ່ານ ຫວູບ໊າຟູ໊ ຫົວໜ້າກົມສົ່ງເສີມການຄ້າ. ພາບ: vov.vn.

ທ່ານນາງ ເຈິ່ນທູກີ່ງ ທູດການຄ້າຫວຽດນາມ ປະຈໍາ ສິງກະໂປ ໄດ້ແນະນໍາໂດຍສັງເຂບກ່ຽວກັບທ່າອ່ຽງຂອງຂະແໜງຜະລິດຫວຽດນາມ ແລະການກໍານົດທິດບຸລິມະສິດທີ່ດຶງດູດການລົງທຶນອຸດສາຫະກໍາຂອງຫວຽດນາມ ໃນໄລຍະ 2021-2030.

ຜ່ານນັ້ນ, ບັນດາວິສາຫະກິດສິງກະໂປ ກໍ່ມີຂໍ້ມູນຕື່ມອີກກ່ຽວກັບສັນຍາການຄ້າເສລີ (FTA) ສະບັບຕ່າງໆເຊິ່ງຫວຽດນາມ ໄດ້ລົງນາມ ແລະວິທີໝູນໃຊ້ຫຼັກການກ່ຽວກັບແຫຼ່ງກໍາເນີດໃນການຜະລິດ, ຈາກນັ້ນມີກໍາລັງໜູນຕື່ມອີກເພື່ອຕັດສິນໃຈລົງທຶນເຂົ້າຫວຽດນາມ. ເວທີປາໄສກໍ່ແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດທ້ອງຖິ່ນຂອງຫວຽດນາມ ເຊື່ອມຕໍ່ການພົວພັນດ້ານການຄ້າຜ່ານລະບົບທາງໄກກັບວິສາຫະກິດສິງກະໂປ ເກືອບ 100 ແຫ່ງ ແລະບັນດາບໍລິສັດນາໆຊາດທີ່ມີສໍານັກງານຕັ້ງຢູ່ປະເທດນີ້.

ໂດຍ: ດັ້ງເກື່ອງ