ຜະລິດສໍາເລັດຜົນບາງຜະລິດຕະພັນ ທີ່ມີບໍລິສັດຈໍານວນບໍ່ຫຼາຍໃນໂລກເປັນເຈົ້າຂອງ

ໃນຂົງເຂດເຕັກໂນໂລຢີການທະຫານ, ມາຮອດປະຈຸບັນບໍລິສັດໃຫຍ່ອຸດສາຫະກໍາເຕັກໂນໂລຢີສູງ Viettel ຜະລິດ, ສາມາດຕອບສະໜອງໃຫ້ແກ່ວຽກງານການຝຶກແອບ, ກຽມພ້ອມສູ້ຮົບກັບບັນດາອາວຸດຍຸດໂທປະກອນທີ່ທັນສະໄໝ, ໂດຍສະເພາະແມ່ນຜະລິດຕະພັນເຕັກໂນໂລຢີສູງ ແລະສູງສຸດ, ທຽບເທົ່າກັບມາດຕະຖານ NATO ຄື ບັນດາຜະລິດຕະພັນບັນຊາ, optoelectronic ລຸ້ນຕ່າງໆ... ແຕ່ກ່ອນລ້ວນແຕ່ຕ້ອງນໍາເຂົ້າຈາກຕ່າງປະເທດ. ສະເພາະປີ 2020, VHT ໄດ້ຜັນຂະຫຍາຍການທົດລອງສໍາເລັດຜົນ ແລະກຽມພ້ອມຖ່າຍທອດຫຼາຍຜະລິດຕະພັນດ້ວຍມູນຄ່າໃຫຍ່.

leftcenterrightdel
ບັນດານັກວິສະວະກອນເຕັກໂນໂລຢີ ເຮັດວຽກຢູ່ບໍລິສັດໃຫຍ່ອຸດສາຫະກໍາເຕັກໂນໂລຢີສູງ Viettel. ພາບ: ມີມາຍ.

ໃນຂົງເຂດເຕັກໂນໂລຢີໂທລະຄົມມະນາຄົມ, ໃນປີ 2020, VHT ຜະລິດສໍາເລັດບັນດາຜະລິດຕະພັນເຕັກໂນໂລຢີສູງ ຄື: ອຸປະກອນ gNodeB 5ຈີ, ເຄືອຂ່າຍອິນເຕີແນັດແກ່ນສານ 5ຈີ, chip 5ຈີ (chip RFIC, DFE)... ກຽມພ້ອມຫັນການຄ້າໄປຕາມຂັ້ນຕອນ. ພິເສດ, ອຸປະກອນແກ່ນສານ 5ຈີ ໂດຍບໍລິສັດໃຫຍ່ອຸດສາຫະກໍາເຕັກໂນໂລຢີສູງ Viettel ຄົ້ນຄວ້າ, ຜະລິດໄດ້ເຂົ້າຮ່ວມເຄື່ອນໄຫວ ແລະເຊື່ອມຕໍ່ຢ່າງລຸລ່ວງໃນເຄືອຂ່າຍອິນເຕີແນັດ 5ຈີ ຂອງ Viettel ທີ່ໄດ້ສະໜອງຢູ່ໃນລະດັບການບໍລິການດ້ານການຄ້າທົດລອງໃນຂົງເຂດກວ້າງຂວາງແຕ່ເດືອນພະຈິກ 2020. ກ່ອນໜ້ານັ້ນ, ຫຼາຍຜະລິດຕະພັນຫຼັກແຫຼ່ງຂອງເຄືອຂ່າຍໂທລະຄົມມະນາຄົມໂດຍ VHT ຜະລິດ, ຄື: ລະບົບຄິດໄລ່ລາຄາໂທຕົວຈິງ (vOCS), ລະບົບສະໜອງການບໍລິການສື່ມວນຊົນຫຼາຍປະເພດໃນລະບົບເຄືອຂ່າຍ IP (IMS), ອຸປະກອນສົ່ງ site router,...  ໄດ້ນໍາເຂົ້າຂຸດຄົ້ນໃນລະບົບເຄືອຂ່າຍອິນເຕີແນັດໂທລະຄົມມະນາຄົມ Viettel ບໍ່ພຽງແຕ່ຢູ່ຫວຽດນາມ ເທົ່ານັ້ນ ຫາກຍັງຢູ່ຕະຫຼາດສາກົນຄື: ມຽນມາ, ລາວ, ກໍາປູເຈຍ ອີກດ້ວຍ... ນີ້ແມ່ນບັນດາລະບົບຜະລິດຕະພັນເຕັກໂນໂລຢີໂທລະຄົມມະນາຄົມ ທີ່ມີບໍລິສັດຈໍານວນບໍ່ຫຼາຍໃນໂລກທີ່ສາມາດເປັນເຈົ້າຂອງໄດ້. ສະນັ້ນ, ບໍລິສັດໃຫຍ່ອຸດສາຫະກໍາເຕັກໂນໂລຢີສູງ Viettel ຈຶ່ງໄດ້ຮັບການສະເໜີໃຫ້ເຂົ້າຮ່ວມການສະໜອງອຸປະກອນ, ມາດຕະການໂທລະຄົມມະນາຄົມຂອງຄູ່ຮ່ວມມືສາກົນຢູ່ພາກພື້ນອາຊີ-ປາຊີຟິກ. ຄາດຄະເນວ່າປີ 2021, ລາຍຮັບໃນຂົງເຂດເຕັກໂນໂລຢີໂທລະຄົມມະນາຄົມຂອງ VHTຈະເພີ່ມຂຶ້ນ 43,3%.

ໃນຂົງເຂດຜະລິດອຸປະກອນພົນລະເຮືອນ, VHT ໄດ້ສ້າງລະບົບຊີວະພາບໃຫ້ແກ່ຜະລິດຕະພັນເຕັກໂນໂລຢີສູງ ມຸ່ງໄປເຖິງການຮັບໃຊ້ຄວາມຕ້ອງການຂອງສັງຄົມດີຈີຕອນທີ່ກໍາລັງປະກົດຕົວ ແລະພັດທະນາຢ່າງແຮງຢູ່ຫວຽດນາມ. ບັນດາ Platform, ມາດຕະການໃໝ່ VHT ຄື: IoT Platform, ກ້ອງວົງຈອນຕິດຕາມກວດກາການນໍາໃຊ້ປັນຍາປະດິດ (AI)... ໄດ້ຮັບການທົດລອງສໍາເລັດຜົນ ແລະນໍາເຂົ້າຜະລິດ. ຄາດຄະເນວ່າຂົງເຂດນີ້ໃນປີ 2021 ຈະມີລາຍຮັບເພີ່ມຂຶ້ນເຖິງ 24%.

ມີກຳລັງຄວາມສາມາດແກ່ງແຍ້ງຢ່າງພຽງພໍກັບບັນດາກຸ່ມບໍລິສັດສາກົນ

ໂດຍແມ່ນກົມກອງຫຼັກແຫຼ່ງຂອງ Viettel ໃນຂົງເຂດຄົ້ນຄວ້າພັດທະນາ, ປີ 2020, VHT ໄດ້ສໍາເລັດການຄົ້ນຄວ້າ 48 ເຕັກໂນໂລຢີແກ່ນສານນໍາໃຊ້ເຂົ້າໃນຜະລິດຕະພັນ, ຈົດທະບຽນ ແລະໄດ້ຮັບຮອງ 66 ການຄົ້ນຄິດປະດິດສ້າງ. ພິເສດ, ອົງການຄຸ້ມຄອງການຄົ້ນຄິດປະດິດສ້າງ ແລະກາໝາຍອາເມລິກາ (USPTO) ໄດ້ອອກໃບປະດິດສ້າງກ່ຽວກັບການຄົ້ນຄິດປະດິດສ້າງສາກົນ 4 ໃບໃຫ້ VHT. ນອກຈາກນັ້ນ VHT ຍັງໄດ້ຮັບໃບຢັ້ງຢືນກ່ຽວກັບການຄົ້ນຄິດປະດິດສ້າງພາຍໃນປະເທດ 19 ໃບ, 5 ມາດຕະການທີ່ມີຜົນປະໂຫຍດ ແລະ 7 ກໍາມະສິດຜູກຂາດກ່ຽວກັບຮູບຮ່າງ,  25 ບົດຂ່າວໄດ້ເອົາລົງ ແລະບັນລະຍາຍຢູ່ບັນດາວາລະສານພາຍໃນ ແລະຕ່າງປະເທດ. ໄດ້ຮັບການປົກປ້ອງຊັບສິນທາງປັນຍາດ້ວຍການລົງທະບຽນບັນດາການຄົ້ນຄິດປະດິດສ້າງລະດັບຊາດ, ສາກົນແມ່ນພື້ນຖານສໍາຄັນ ເພື່ອໃຫ້ບໍລິສັດໃຫຍ່ອຸດສາຫະກໍາເຕັກໂນໂລຢີສູງ Viettel ເປັນເຈົ້າຂອງກໍາມະສິດເຕັກໂນໂລຢີແກ່ນສານ, ກຽມພ້ອມເຊື່ອມໂຍງເຂົ້າກັບສາກົນ, ມີກຳລັງຄວາມສາມາດແກ່ງແຍ້ງກັບບັນດາກຸ່ມບໍລິສັດສາກົນ, ຢັ້ງຢືນທີ່ຕັ້ງນໍາໜ້າຂອງ Viettel ໃນຂົງເຂດຄ້ົນຄວ້າພັດທະນາບັນດາຜະລິດຕະພັນ "Make in Viet Nam".

ບົດລາຍງານສັງລວມກໍາລັງການທະຫານ 2020 ຂອງສະຖາບັນຄົ້ນຄວ້າຍຸດທະສາດ (IISS, ລາຊະອານາຈັກອັງກິດ), VHT ໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນບັນດາວິສາຫະກິດຜະລິດອຸປະກອນການທະຫານທີ່ພົ້ນເດັ່ນຂອງພາກພື້ນອາຊີ, ນໍາໃຊ້ເຕັກໂນໂລຢີກ້າວໜ້າເຂົ້າໃນການພັດທະນາບັນດາຜະລິດຕະພັນຫຼ້າສຸດ, ໂດຍສະເພາະແມ່ນບັນດາຜະລິດຕະພັນສື່ນສານ, ບັງຄັບບັນຊາ...

ກ່ຽວກັບທິດທາງພັດທະນາໃນປີ 2021 ແລະໃນໄລຍະຈະມາເຖິງ, ທ່ານພັນໂທ ຫງວຽນຫວູຮ່າ ຜູ້ອໍານວຍການບໍລິສັດໃຫຍ່ອຸດສາຫະກໍາເຕັກໂນໂລຢີສູງ Viettel ໃຫ້ຮູ້ວ່າ: “Viettel ໄດ້ກໍານົດໃຫ້ກາຍເປັນແກ່ນສານຂອງກຸ່ມອຸດສາຫະກໍາປ້ອງກັນຊາດເຕັກໂນໂລຢີສູງຂອງຫວຽດນາມ ໃນອະນາຄົດໃກ້ໆນີ້. ໃນຂະນະນັ້ນແນ່ນອນວ່າ VHT ຕ້ອງສວມບົດບາດເປັນ “ແກ່ນສານຂອງແກ່ນສານ”. ຍຸດທະສາດຂອງ VHT ຍາມໃດກໍ່ຈະແມ່ນພັດທະນາທັງ 3 ເສົາຄ້ໍາແມ່ນການທະຫານ-ພົນລະເຮືອນ-ໂທລະຄົມມະນາຄົມ, ທິດນໍາແມ່ນເປັນເຈົ້າຂອງເຕັກໂນໂລຢີສູງດ້ວຍລະດັບເທົ່າທຽມກັບໂລກ”.

ໂດຍ: ເກື່ອງດັ້ງ