ທ່ານ ເຈິ່ນກວກແຄ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ແລະທ່ານ Vangelis Vitalis ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະການຄ້ານິວຊີແລນ ໄດ້ເປັນປະທານຮ່ວມກອງປະຊຸມດັ່ງກ່າວ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ມີງອານ.

ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍໃນບັນດາຂົງເຂດຄື: ການຄ້າ, ການລົງທຶນ ແລະເສດຖະກິດ, ລວມມີການເຈລະຈາດ້ານການຄ້າຫຼາຍຝ່າຍ, ກະສິກຳ ແລະດຳເນີນທຸລະກິດຜະລິດຕະພັນກະເສດ, ເຕັກໂນໂລຢີສະອາດ, ພັດທະນາລະບົບສະໜອງຜະລິດຕະພັນກະເສດ, ການສຶກສາ, ການບິນ ແລະການທ່ອງທ່ຽວ. ນອກຈາກນັ້ນ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາປະເພດສິນຄ້າບຸລິມະສິດ ເພື່ອສຳຜັດກັບຕະຫຼາດຂອງແຕ່ລະຝ່າຍ (ຄື ໝາກນາວ ແລະໝາກພຸກຂອງຫວຽດນາມ; ໝາກສະຕໍເບີຣີ ແລະໝາກອຶ ຂອງນິວຊີແລນ) ແລະສ້າງຄວາມສະດວກໃຫ້ແກ່ການຄ້າສອງຝ່າຍ.

ໂດຍ: ທູຈາງ