ຕາມສູນອຸຕຸນິຍົມ-ອຸທົກກະສາດແຫ່ງຊາດ, ຕອນເຊົ້າວັນທີ 21 ຕຸລາ, ພາຍຸ Saudel ໄດ້ພັດມາຮອດເຂດທະເລຕາເວັນອອກ, ຫ່າງຈາກໝູ່ເກາະຮວ່າງຊາ ປະມານ 680 ກິໂລແມັດ. ຄາດຄະເນວ່າພາຍຸຈະສົ່ງຜົນສະທ້ອນໂດຍກົງເຖິງເຂດດິນຕໍ່ແຜ່ນຫວຽດນາມ ແຕ່ຄືນວັນທີ 24 ຕຸລາ ຫາວັນທີ 25 ຕຸລາ.

leftcenterrightdel
ທ່ານ ຈິ້ງດິ່ງຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ. ພາບ: ເຍິດບັ໊ກ.

ທ່ານ ຈິ້ງດິ່ງຢຸງ ຮຽກຮ້ອງໜ້າທີ່ສໍາຄັນທີ່ສຸດແມ່ນສຸມໃສ່ຊ່ວຍເຫຼືອປະຊາຊົນກ່ຽວກັບສະບຽງອາຫານ, ນໍ້າດື່ມ, ເຄື່ອງໃຊ້ທີ່ຈຳເປັນ. ພ້ອມທັງຮຽກຮ້ອງໃຫ້ຄະນະຊີ້ນຳສູນກາງ ແລະຄະນະກຳມະການແຫ່ງຊາດກ່ຽວກັບການຮັບມືກັບອຸບັດເຫດ, ໄພທໍາມະຊາດ ແລະຊອກຫາກູ້ໄພກູ້ຊີບ ສາມາດສົ່ງເຮືອກາໂນ, ຍົນເອລີກົບແຕເພື່ອຊ່ວຍເຫຼືອ, ກູ້ໄພກູ້ຊີບຢ່າງມີປະສິດທິຜົນ.

ກ່ຽວກັບການຮັບມືກັບພາຍຸ Saudel, ທ່ານ ຈິ້ງດິ່ງຢຸງ ຮຽກຮ້ອງຕ້ອງຮັບປະກັນຄວາມປອດໄພຢູ່ທະເລ ແລະເຂດດິນຕໍ່ແຜ່ນ, ສ້າງແຜນການຮັບມືກັບພາຍຸ, ຍົກຍ້າຍປະຊາຊົນໄປເຖິງເຂດປອດໄພ, ກວດກາເຂື່ອນເກັບນ້ຳທັງໝົດ.

ໂດຍ: ກວຽດເຕິມ