ນີ້ແມ່ນໂອກາດທີ່ດີເພື່ອໃຫ້ວິສາຫະກິດສອງປະເທດເຊື່ອມຕໍ່, ຊອກຮູ້ກ່ຽວກັບກົນໄກ, ນະໂຍບາຍ-ກົດໝາຍ ແລະກາລະໂອກາດລົງທຶນ... ປະກອບສ່ວນຊຸກຍູ້ການພົວພັນດ້ານການຄ້າ ແລະການລົງທຶນສອງຝ່າຍ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາງ Riva Ganguly Das ຮອງລັດຖະມົນຕີກະຊວງການຕ່າງປະເທດອິນເດຍ ຢັ້ງຢືນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃນປະຈຸບັນ, ດ້ວຍຂອບເຂດການຮ່ວມມືທີ່ກວ້າງໃຫຍ່-ຈາກການພົວພັນດ້ານການເມືອງເຖິງການພົວພັນຄູ່ຮ່ວມມືດ້ານເສດຖະກິດ ແລະພັດທະນາ, ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານພະລັງງານ, ການພົບປະແລກປ່ຽນວັດທະນະທໍາ ແລະປະຊາຊົນ.

leftcenterrightdel
ທ່ານ ຫວໍເຕິນແທັ່ງ ຮອງປະທານ VCCI ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ຫວຽດນາມ ແມ່ນເສົາຄໍ້າຕົ້ນຕໍໃນນະໂຍບາຍ “ນະໂຍບາຍກະທໍາມຸ່ງເຖິງທິດຕາເວັນອອກ” ຂອງອິນເດຍ ແລະແມ່ນຄູ່ຮ່ວມມືສໍາຄັນໃນ “ຂໍ້ລິເລີ່ມມະຫາສະໝຸດອິນເດຍ-ປາຊີຟິກ” ອີງໃສ່ບັນດາຄຸນຄ່າ ແລະຜົນປະໂຫຍດລວມໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນຂອງພາກພື້ນ.

ທ່ານນາງ Riva Ganguly Das ຢັ້ງຢືນວ່າ ສອງປະເທດມີຄວາມສາມາດບົ່ມຊ້ອນໃນການຮ່ວມມືຢູ່ບັນດາຂົງເຂດໂຮງແຮມ, ການແພດ, ການຢາ, ພັດທະນາພື້ນຖານໂຄງລ່າງ...

leftcenterrightdel
ທ່ານນາງ Riva Ganguly Das ຮອງລັດຖະມົນຕີການຕ່າງປະເທດອິນເດຍ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ Riva Ganguly Das ຕີລາຄາວ່າວົງເງິນການຄ້າສອງຝ່າຍຍັງບໍ່ທັນສົມກັບລະດັບພັດທະນາເສດຖະກິດຂອງສອງປະເທດ. ຍ້ອນເຫດນັ້ນ, ອິນເດຍ ແລະຫວຽດນາມ ຄວນມານະພະຍາຍາມກວ່າອີກເພື່ອເປີດກວ້າງ ແລະເພີ່ມທະວີການພົວພັນບໍ່ພຽງແຕ່ໃນຂົງເຂດການຄ້າເທົ່ານັ້ນ ຫາກຍັງໃນບັນດາຂົງເຂດຕ່າງໆເພື່ອແນໃສ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງສາຍພົວພັນສອງປະເທດຢ່າງຄົບຖ້ວນອີກດ້ວຍ.

ສ່ວນທ່ານ ແຊງເຈົາ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອິນເດຍ ໃຫ້ຂໍ້ສັງເກດວ່າ ເລື່ອງຈັດຕັ້ງ “ເວທີປາໄສດໍາເນີນທຸລະກິດອິນເດຍ-ຫວຽດນາມ” ແມ່ນຈໍາເປັນທີ່ສຸດເພື່ອຊຸກຍູ້ການຮ່ວມມືດໍາເນີນທຸລະກິດລະຫວ່າງສອງປະເທດ, ພິເສດໃນຂົງເຂດການຄ້າ ແລະການລົງທຶນ... ທ່ານເອກອັກຄະລັດຖະທູດ ສະແດງຄວາມປາດຖະໜາວ່າ ດ້ວຍການເຂົ້າຮ່ວມຂອງບັນດາອົງການກ່ຽວຂ້ອງຂອງອິນເດຍ ແລະຫວຽດນາມ ໃນກອງປະຊຸມ, ເວທີປາໄສຄັ້ງນີ້ຈະນໍາມາເຊິ່ງໝາກຜົນຢ່າງແທດຈິງ, ຊ່ວຍເຫຼືອດ້ານຂໍ້ມູນຂ່າວສານ ແລະເຊື່ອມຕໍ່ບັນດາວິສາຫະກິດສອງປະເທດ.

ໂດຍ: ທະນາພອນ