ເຂົ້າສານງວດທຳອິດໄດ້ສົ່ງອອກໄປຍັງເອີຣົບ ຂອງກຸ່ມບໍລິສັດລົ້ກເຈິ່ຍ, ດ້ວຍຈຳນວນເຂົ້າສານເກືອບ 130 ໂຕນຈະສົ່ງໄປຍັງຕະຫຼາດເອີຣົບ ຢ່າງເປັນທາງການໃນທ້າຍເດືອນ ກັນຍາ ນີ້.

leftcenterrightdel
ພິທີປະກາດການສົ່ງອອກເຂົ້າສານຫອມງວດທຳອິດໄປຍັງເອີຣົບ. ພາບ: vov.vn.

ຕາມທ່ານ ຮວິ່ງວັນທ່ອນ, ປະທານສະພາບໍລິຫານກຸ່ມບໍລິສັດລົ້ກເຈິ່ຍ ແລ້ວ, ລະດັບພາສີບຸລິມະສິດຂອງ EVFTA ຈະແມ່ນທ່າແຮງໃນການແກ່ງແຍ້ງໃຫຍ່ກ່ຽວກັບການສົ່ງອອກຜະລິດຕະພັນກະເສດເວົ້າລວມ ແລະຜະລິດຕະພັນເຂົ້າສານເວົ້າສະເພາະຢູ່ອີຢູ: “ເລື່ອງສົ່ງອອກເຂົ້າສານຫອມງວດທຳອິດໄປຍັງເອີຣົບ ສະແດງໃຫ້ເຫັນວ່າ ຊາວກະສິກອນ ແລະບັນດາວິສາຫະກິດຫວຽດນາມ ມີຄວາມສາມາດຜະລິດບັນລຸໄດ້ມາດຕະຖານສູງຂອງເອີຣົບ. ດ້ວຍພາສີ 0%, ແຕ່ມີຄວາມໝາຍສໍາຄັນທີ່ສຸດແມ່ນຮັບຮອງຢ່າງເປັນທາງການກ່ຽວກັບຄຸນນະພາບ, ມາດຕະຖານເຂົ້າສານຂອງຫວຽດນາມ, ສິ່ງດັ່ງກ່າວເປັນພື້ນຖານ, ປະຖົມປັດໄຈເພື່ອສ້າງໂຄງປະກອບຂະແໜງເຂົ້າສານຄືນໃໝ່, ຍົກສູງຄຸນນະພາບສິນຄ້າ, ນັບທັງເລື່ອງຈັດລະບົບຊີວະພາບຄືນໃໝ່, ຮັບປະກັນໃຫ້ລະບົບຊີວະພາບພັດນະນາແບບຍືນຍົງ”.

ໂດຍ: ທະນາພອນ