ກ່າວຄໍາເຫັນທີ່ເຫດການ, ທ່ານ Stephen Lysaght ຮອງເອກອັກຄະລັດຖະທູດອັງກິດ ໃຫ້ຮູ້ວ່າ ແຕ່ເດືອນມີນາ 2020, ສະຖານທູດອັງກິດ ໄດ້ສົມທົບກັບບັນດາຄະນະ, ຂະແໜງການທີ່ກ່ຽວຂ້ອງປະຕິບັດບັນດາການເຄື່ອນໄຫວໂຄສະນາຍົກສູງຄວາມຮັບຮູ້ຂອງປະຊາຊົນກ່ຽວກັບການສະກັດກັ້ນ ແລະຕ້ານການຄ້າມະນຸດດ້ວຍການຮ່ວມເດີນທາງຂອງນາງງາມຫວຽດນາມ 2017 H’Nen Nie. ບັນດາປ້າຍໂຄສະນາໄດ້ຕິດຕັ້ງຢູ່ທາງຄົມມະນາຄົມ ສັງກັດ 7 ເມືອງຂອງແຂວງເງະອານ, ລວມມີ: ຢ໋ຽນເຈົາ, ອຽນແທັ່ງ, ຫງີລົກ, ຮືງຫງວຽນ, ເກື໋ອລໍ່, ເຕືອງເຢືອງ ແລະກອນກວງ.

leftcenterrightdel
ທ່ານ Stephen Lysaght ຮອງເອກອັກຄະລັດຖະທູດອັງກິດ ແລະນາງງາມ H’Nen Nie ສົ່ງສານກ່ຽວກັບການຍົກສູງຄວາມຮັບຮູ້ໃນການສະກັດກັ້ນ ແລະຕ້ານການຄ້າມະນຸດ. ພາບ: ສໍານັກຂ່າວສານຫວຽດນາມ.

ດ້ວຍສານທີ່ວ່າ “ຢ່າເອົາອະນາຄົດຂອງເຈົ້າໄປລົງພະນັນ-ເຄື່ອນຍ້າຍຜິດກົດໝາຍອາດຈະເຮັດໃຫ້ເຈົ້າກາຍເປັນຜູ້ປະສົບເຄາະຮ້າຍໃນການຄ້າມະນຸດ”, ສະຖານທູດອັງກິດ ປາດຖະໜາຢາກໃຫ້ປະຊາຊົນຊອກຮູ້ເສັ້ນທາງເຄື່ອນຍ້າຍແຮງງານຢ່າງລະອຽດ. ປະຊາຊົນຕ້ອງເຂົ້າໃຈຄວາມສ່ຽງທີ່ເຂົາເຈົາອາດຈະປະສົບ, ມີການຄິດໄລ່ຊັ່ງຊາຢ່າງຖີ່ຖ້ວນເລືອກເຟັ້ນເຄື່ອນຍ້າຍໃຫ້ຖືກຕ້ອງຕາມກົດໝາຍເພື່ອຜົນປະໂຫຍດຂອງຕົນເອງ ແລະອະນາຄົດຂອງຄອບຄົວ.

ໂດຍ: ຄໍາແພງ