VNPT ນໍາເຕັກໂນໂລຢີ “Made in VietNam” ເຂົ້າຮ່ວມງານວາງສະແດງ Lao ICT Expo 2019
ກປ.ອອນໄລ - ແຕ່ວັນທີ 25 – 30 ມິຖຸນາ, ທີ່ນະຄອນຫຼວງວຽງຈັນ, ກະຊວງໄປສະນີ ແລະໂທລະຄົມມະນາຄົມລາວ ສົມທົບກັບສະມາຄົມການຄ້າ ໄອຊີທີ ລາວ ຈັດງານວາງສະແດງ Lao ICT Expo 2019.
ດ້ວຍຫົວຂໍ້ “ການປະດິດສ້າງ ແລະຊຸກຍູ້ການຫັນປ່ຽນດີຈີຕອນ”, Lao ICT Expo 2019 ແມ່ນເຫດການ ເພື່ອໃຫ້ບັນດາວິສາຫະກິດເຕັກໂນໂລຢີວາງສະແດງເຕັກໂນໂລຢີດີຈີຕອນ, ວາງຂາຍບັນດາຜະລິດຕະພັນໄອຊີທີ, ຮ໊າດແວ ແລະຊ໊ອບແວ. ເຂົ້າຮ່ວມເຫດການມີຮ້ານວາງສະແດງ, ແນະນຳ, ຂາຍສິນຄ້າ 150 ຮ້ານທີ່ມາຈາກບັນດາປະເທດ, ວິສາຫະກິດ ແລະເຄື່ອງໝາຍການຄ້າໃຫຍ່ໃນພາກພື້ນ. ຢູ່ນອກງານວາງສະແດງ, ຍັງດໍາເນີນບັນດາກອງປະຊຸມສໍາມະນາທີ່ກ່ຽວຂ້ອງເຖິງບັນດາຫົວຂໍ້ກ່ຽວກັບລັດຖະບານເອເລັກໂຕນິກ, ການທ່ອງທ່ຽວສະຫຼາດ, ການຫັນປ່ຽນດີຈີຕອນ...
    |
 |
ເຂດວາງສະແດງຂອງ VNPT ທີ່ງານວາງສະແດງ Lao ICT Expo 2019. ພາບ: ຖຸ໋ຍເວີນ. |
ເຂົ້າຮ່ວມເຫດການ, ກຸ່ມບໍລິສັດ VNPT ໄດ້ນໍາມາວາງສະແດງບັນດາຜະລິດຕະພັນ, ການບໍລິການ ແລະມາດຕະການໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານທີ່ໂດດເດັ່ນ “Made in VietNam” ລວມມີ: ອຸປະກອນ GPON ONT, Modem ADSL, Wifi router, Smartphone, Set-Top Box, ບັນດາມາດຕະການຄຸ້ມຄອງຕົວເມືອງສະຫຼາດ, ການທ່ອງທ່ຽວສະຫຼາດ, ສາທາລະນະສຸກສະຫຼາດ, ການຕິດຕາມກວດກາສະພາບແວດລ້ອມ, ກະສິກໍາສະຫຼາດ, ການຄົມມະນາຄົມສະຫຼາດ... ໂດຍອີງໃສ່ Platform IoT Smart Connected Platform (SCP) ໂດຍ VNPT Technology ຄົ້ນຄວ້າ ແລະພັດທະນາ.
    |
 |
ບັນດາມາດຕະການເຕັກໂນໂລຢີຂອງ VNPT ໄດ້ຮັບການແນະນໍາທີ່ງານວາງສະແດງ. ພາບ: ຖຸ໋ຍເວີນ. |
ກຸ່ມບໍລິສັດ VNPT ປາດຖະໜາວ່າ, ບັນດາມາດຕະການເຕັກໂນໂລຢີຂໍ້ມູນຂ່າວສານກໍາລັງໄດ້ຮັບການແນະນໍາທີ່ງານວາງສະແດງຈະຊ່ວຍໃຫ້ເພື່ອນລາວຜັນຂະຫຍາຍລັດຖະບານເອເລັກໂຕນິກ, ນໍາໃຊ້ເຕັກໂນໂລຢີ 4.0 ແລະມຸ່ງໄປເຖິງການສ້າງລັດຖະບານດີຈີຕອນ ຢູ່ ລາວ.
ໂດຍ: ໄຊຊະນະ