ທີ່ການພົບປະ, ທ່ານ ດ່າວມີງຕູ໊ ຮອງຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ໄດ້ຫວນຄືນມູນເຊື້ອອັນສະຫງ່າລາສີຂອງຄະນະ K. ພາຍຫຼັງປະເທດກໍາປູເຈຍ ໄດ້ຮັບການປົດປ່ອຍ (7-1-1979), ກິດຈະການຊ່ວຍກໍາປູເຈຍ ຟື້ນຟູຄືນໃໝ່ແມ່ນໜຶ່ງໃນບັນດາໜ້າທີ່ສໍາຄັນຂອງພັກ ແລະລັດຖະບານຫວຽດນາມ, ໃນນັ້ນມີເລື່ອງຮີບດ່ວນແມ່ນການເບີກຈ່າຍເງິນ ແລະສ້າງລະບົບທະນາຄານກໍາປູເຈຍທີ່ຖືກລະບອບຂະແມແດງ ລົບລ້າງຄືນໃໝ່.

leftcenterrightdel
ທ່ານ ດ່າວມິງຕູ໊ ຮອງຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ກ່າວຄໍາເຫັນທີ່ການພົບປະສັງສັນ. ພາບ: ຮວ່າງຢາງ.

ທ່ານ ດ່າງມິງຕູ໊ ຢັ້ງຢືນວ່າ, ໂດຍສືບຕໍ່ມູນເຊື້ອອັນລໍ້າຄ່າຂອງບັນດາຄົນຮຸ່ນກ່ອນ, ພະນັກງານຂະແໜງທະນາຄານໃນປັດຈຸບັນຈະຝຶກຝົນຫຼໍ່ຫຼອມທາດແທ້ຄຸນສົມບັດ, ການເມືອງໃຫ້ເປັນປະຈໍາ ແລະຍົກສູງລະດັບຄວາມຮູ້ດ້ານວິຊາການ, ວິຊາສະເພາະ, ສູ້ຊົນປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບການມອບໝາຍຈາກພັກ, ລັດ ແລະປະຊາຊົນໃຫ້ເປັນຢ່າງດີ. ຜ່ານນັ້ນນໍາຂະແໜງທະນາຄານ ພັດທະນານັບມື້ນັບເຂັ້ມແຂງ, ປະກອບສ່ວນເຂົ້າໃນພາລະກິດປ່ຽນແປງໃໝ່, ພັດທະນາຂອງປະເທດຊາດໃນສະພາບການໃໝ່. ພ້ອມທັງ, ປົກປັກຮັກສາ, ເພີ່ມພູນຄູນສ້າງການພົວພັນອັນສະໜິດແໜ້ນລະຫວ່າງລະບົບທະນາຄານສອງປະເທດເວົ້າລວມ, ປະກອບສ່ວນສໍາຄັນເຂົ້າໃນການປັບປຸງ, ເພີ່ມທະວີນໍ້າໃຈສາມັກຄີສະໜິດຕິດພັນລະຫວ່າງສອງປະເທດຫວຽດນາມ-ກໍາປູເຈຍ ຢ່າງບໍ່ຢຸດຢັ້ງ.

ໂດຍ: ກວຽດເຕິມ