ສາຍພົວພັນແບບພິເສດໜຶ່ງບໍ່ມີສອງໃນໂລກລະຫວ່າງ ຫວຽດນາມ ແລະລາວ ໄດ້ສ້າງຕັ້ງຂຶ້ນໂດຍອີງໃສ່ຄວາມຄາດຫວັງຢາກມີເອກະລາດ, ເສລີພາບ ແລະຄວາມຮັກຫອມສັນຕິພາບຂອງປະຊາຊົນສອງປະເທດ, ໄດ້ພິສູດໃຫ້ເຫັນໃນແປວໄຟສົງຄາມ, ຍາມໃດກໍ່ຄຽງບ່າຄຽງໄຫຼ່, ຮ່ວມທຸກຮ່ວມສຸກ, ຮ່ວມສູ້ຮົບໃນຂຸມຄອງດຽວກັນ, ຕ້ານສັດຕູໂຕດຽວກັນ, ພ້ອມແລ້ວທີ່ຈະເສຍສະຫຼະເພື່ອສັນຕິພາບ, ເອກະລາດ ແລະເສລີພາບຂອງແຕ່ລະປະເທດ.
ທ່ານ ຄໍາພັນ ເຜີຍຍະວົງ ຢືນຢັນວ່າ ໄຊຊະນະວັນທີ 30 ເມສາ 1975 ມີຄວາມໝາຍສຳຄັນ, ໃຫຍ່ຫຼວງຕໍ່ສອງພັກ, ສອງລັດ, ສອງຊາດ ລາວ ແລະຫວຽດນາມ. ນັ້ນແມ່ນໄຊຊະນະຂອງຍຸກສະໄໝ, ແມ່ນຂີດໝາຍອັນສະຫງ່າລາສີຂອງກອງທັບ ແລະຊົນຊາດຫວຽດນາມ ໃນຫຼາຍພັນປີແຫ່ງການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະພັດທະນາປະເທດຊາດ.
    |
 |
ທ່ານ ຄໍາພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ໄຊຊະນະວັນທີ 30 ເມສາ 1975 ໄດ້ທຳລາຍກົງຈັກການທະຫານເຂັ້ມແຂງທີ່ສຸດ, ທັນສະໄໝທີ່ສຸດຂອງລັດທິຈັກກະພັດແບບໃໝ່ໂດຍສົມບູນ. ພາກເໜືອ ແລະພາກໃຕ້ຂອງຫວຽດນາມ ໄດ້ໂຮມເຂົ້າກັນ, ເປັນເອກະພາບ. ໄຊຊະນະວັນທີ 30 ເມສາ 1975 ແມ່ນໄຊຊະນະລວມຂອງກຸ່ມກ້ອນມະຫາສາມັກຄີທີ່ພິເສດ, ແມ່ນການຮ່ວມສຳພັນສູ້ຮົບລະຫວ່າງສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ ໃນສະໜາມຮົບດຽວກັນຢູ່ແຫຼມອິນດູຈີນ, ພ້ອມກັນຕ້ານສັດຕູຮຸກຮານໂຕດຽວກັນ. ໄຊຊະນະນີ້ເປັນປັດໄຈເພື່ອຊຸກຍູ້ໄຊຊະນະອື່ນຢູ່ສາມປະເທດອິນດູຈີນ.
ເຫດການປົດປ່ອຍພາກໃຕ້ໄດ້ສະແດງໃຫ້ເຫັນນ້ຳໃຈຮັກຊາດ, ຮັກເອກະລາດຂອງປະຊາຊົນຫວຽດນາມ ຄືປະທານໂຮ່ຈີມິນ ໄດ້ຢືນຢັນວ່າ “ບໍ່ມີສິ່ງໃດມີຄ່າກວ່າເອກະລາດ, ເສລີພາບ” ແລະກໍ່ສະແດງໃຫ້ເຫັນການນຳພາທີ່ປີຊາສາມາດ, ຢຶດໝັ້ນຕໍ່ຍຸດທະສາດ, ຍຸດທະວືຄ່ອງແຄ່ວ ແລະນີ້ແມ່ນແນວທາງການປະຕິວັດອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ໂດຍປະທານໂຮ່ຈີມິນ ນໍາພາ.
ໄຊຊະນະວັນທີ 30 ເມສາ 1975 ແມ່ນການປະກອບສ່ວນອັນໃຫຍ່ຫຼວງຂອງພັກ, ລັດ ແລະປະຊາຊົນຫວຽດນາມ ເຂົ້າໃນສັນຕິພາບໂລກ, ລະດົມກຳລັງໃຈຊົນຊາດທີ່ຖືກກົດຂີ່, ຂູດຮີດ, ຮໍໍ່າຮຽນເອົາແບບຢ່າງລັດທິວິລະຊົນປະຕິວັດຂອງຫວຽດນາມ; ຕໍ່ສູ້ຕ້ານລັດທິຈັກກະພັດຢ່າງພິລະອາດຫານເພື່ອປົດປ່ອຍຕົນເອງໃຫ້ຫຼຸດພົ້ນອອກຈາກການກົດຂີ່, ຂູດຮີດ, ສ້າງຄວາມເຊື່ອໝັ້ນເພື່ອໂລກເຂົ້າໃຈນ້ຳໃຈຮັກຊາດ, ຮັກເອກະລາດ, ສັນຕິພາບ, ປະຊາທິປະໄຕ ແລະຄວາມກ້າວໜ້າ.
ຕາມທ່ານ ຄໍາພັນ ເຜີຍຍະວົງ ແລ້ວ, ໄຊຊະນະວັນທີ 30 ເມສາ 1975 ຂອງຫວຽດນາມ ໄດ້ເປີດຍຸກສະໄໝໃໝ່ເພຶື່ອໃຫ້ຫວຽດນາມ ມີສັນຕິພາບ, ເປັນເອກະພາບ ແລະກ້າວຂຶ້ນສູ່ສັງຄົມນິຍົມ, ດັ່ງທີ່ທ່ານປະທານ ໄກສອນ ພົມວິຫານ ຢືນຢັນວ່າ: “ໄຊຊະນະວັນທີ 30 ເມສາ 1975 ແມ່ນໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດຂອງຊາດຫວຽດນາມ, ປະຫວັດສາດຂອງຊາດວິລະຊົນ, ແມ່ນເຫດການສັ່ນສະເທືອນໄປທົ່ວໂລກ, ເປັນຂີດໝາຍແຫ່ງໄຊຊະນະຢ່າງສົມບູນຂອງພາລະກິດປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ, ນຳພິໄນກຳອັນສັກສິດຂອງປະທານໂຮ່ຈີມິນ ໃຫ້ກາຍເປັນຄວາມເປັນຈິງ”.
ທ່ານ ຄໍາພັນ ເຜີຍຍະວົງ ກໍ່ຖືວ່າ ໄຊຊະນະຢ່າງສົມບູນຂອງປະຊາຊົນຫວຽດນາມ ໃນເດືອນເມສາ 1975 ໄດ້ສົ່ງຜົນກະທົບ ແລະເປີດໂອກາດທາງປະຫວັດສາດໃຫ້ແກ່ການປະຕິວັດລາວ.
ຍາດແຍ່ງເອົາການປະລາໄຊຂອງສັດຕູຢູ່ພາກໃຕ້ຫວຽດນາມ, ກໍາລັງອ່ອນເພຍລົງ ແລະຕົກເຂົ້າສູ່ວິກິດການທາງດ້ານການເມືອງ, ເສດຖະກິດ, ແນວຄິດ ແລະຈິດໃຈຢ່າງຮ້າຍແຮງ, ໄດ້ເປີດໂອກາດ “ພັນປີມີເທື່ອໜຶ່ງ” ເພື່ອໃຫ້ພັກປະຊາຊົນປະຕິວັດລາວ ນຳພາກອງທັບ ແລະປະຊາຊົນລາວທົ່ວປະເທດລຸກຮືຂຶ້ນຍາດເອົາອຳນາດການປົກຄອງມາຢູ່ໃນກຳມືຂອງປະຊາຊົນດ້ວຍການປະຕິວັດ 3 ບາດກ້າວຍຸດທະສາດເພື່ອຍາດເອົາອຳນາດການປົກຄອງໃນທົ່ວປະເທດໃນປີ 1975, ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດເພື່ອລົບລ້າງລະບອບລ່າເມືອງຂຶ້ນແບບໃໝ່, ສ້າງປະເທດ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ 1975, ນໍາປະເທດລາວ ກ້າວຂຶ້ນຕາມເປົ້າໝາຍທີ່ພັກປະຊາຊົນປະຕິວັດລາວ ໄດ້ວາງອອກ.
ໃນໄລຍະຕໍ່ສູ້ທີ່ທຸກຍາກລຳບາກຕ້ານຈັກກະພັດຮຸກຮານຍາດເອົາເອກະລາດ ແລະປົດປ່ອຍປະເທດຊາດ, ສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ, ພິເສດແມ່ນກຳລັງປະກອບອາວຸດຂອງສອງປະເທດຍາມໃດກໍ່ສາມັກຄີຮ່ວມສຳພັນສູ້ຮົບ, ຊ່ວຍເຫຼືອເຊິ່ງກັນ ແລະກັນ, ນຳໃຊ້ພ້ອມທັງກຳລັງແຮງການທະຫານ ແລະການທູດດ້ວຍຫຼາຍຮູບການ, ຫຼາຍຂັ້ນ, ຫຼາຍເຫດການ ແລະຫຼາຍສະຖານທີ່ແຕກຕ່າງກັນ, ຍາດໄດ້ຈາກໄຊຊະນະນີ້ໄປເຖິງໄຊຊະນະອື່ນ ແລະຈົນເຖິງໄຊຊະນະຂັ້ນສຸດທ້າຍນັ້ນແມ່ນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ໃນວັນທີ 30 ເມສາ 1975 ແລະຢູ່ລາວ ແມ່ນປົດປ່ອຍປະເທດຢ່າງສົມບູນ, ສ້າງປະເທດ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ 1975.
ທ່ານ ຄໍາພັນ ເຜີຍຍະວົງ ເນັ້ນໜັກວ່າ ໄຊຊະນະປົດປ່ອຍພາກໃຕ້ ແລະໄຊຊະນະປົດປ່ອຍປະເທດລາວ ແມ່ນບົດຮຽນ, ປະສົບການທີ່ມີຄ່າຂອງການຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ ໃນເມື່ອກ່ອນ, ແມ່ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານໃນທຸກວັນນີ້.
ທ່ານ ຄໍາພັນ ເຜີຍຍະວົງ ສະຫຼຸບວ່າ, ປະຈຸບັນ ສອງປະເທດ ລາວ-ຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນ, ປະຊາຊົນສອງປະເທດພວມສືບຕໍ່ສ້າງສາພັດທະນາປະເທດຊາດໃຫ້ວັດທະນາຖາວອນ.
ສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ໂດຍປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ທີ່ແສນເຄົາລົບຮັກໄດ້ວາງພື້ນຖານ, ສະໜິດແໜ້ນ, ຍືນຍົງຕະຫຼອດໄປ ແລະນັບມື້ນັບພັດທະນາເພື່ອນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນສອງປະເທດ ລາວ-ຫວຽດນາມ. ພ້ອມດຽວກັນນັ້ນ, ທ່ານກໍ່ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໝັ້ນຄົງຄະນົງແກ່ນໄປຊົ່ວກາລະນານ.
ໂດຍ: ເຈິ່ນຮວ່ຽນ