ນັກຂ່າວ: ຂໍທ່ານຮອງລັດຖະມົນຕີໃຫ້ຮູ້ໝາກຜົນພົ້ນເດັ່ນໃນການຮ່ວມມືລະຫວ່າງ ຫວຽດນາມ ແລະລາວ ໃນໄລຍະຜ່ານມາ?

ທ່ານ ຫງວຽນແມັ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ການພົວພັນຫວຽດນາມ-ລາວ ແມ່ນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ. ໃນໄລຍະຜ່ານມາ, ເຖິງວ່າສະພາບການໂລກ ແລະພາກພື້ນມີການຜັນແປສັບສົນ, ຄາດເດົາຍາກ, ການພົວພັນຫວຽດນາມ-ລາວ ຍາມໃດກໍ່ໄດ້ສອງພັກ, ສອງລັດເອົາໃຈໃສ່ເພີ່ມພູນຄູນສ້າງ, ພັດທະນາຢ່າງບໍ່ຢຸດຢັ້ງ.

ທີໜຶ່ງ, ສອງປະເທດດຳເນີນການແລກປ່ຽນຄະນະ, ພົບປະທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ. ຜ່ານການຢ້ຽມຢາມ, ພົບປະດ້ວຍຫຼາຍກົນໄກແຕກຕ່າງກັນ, ການນຳສອງພັກ, ສອງລັດ ໄດ້ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນກັບກັນ, ພ້ອມທັງບັນລຸໄດ້ຫຼາຍຂໍ້ຕົກລົງສຳຄັນທີ່ມີລັກສະນະຍຸດທະສາດ, ສະແດງໃຫ້ເຫັນຄວາມຕັດສິນໃຈໃນການປັບປຸງພື້ນຖານມິດຕະພາບແບບພິເສດ, ຊຸກຍູ້ການພົວພັນໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ ແລະຍືນຍົງຍາວນານ.

leftcenterrightdel
ທ່ານ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດຫວຽດນາມ

ທີສອງ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ສືບຕໍ່ໄດ້ຍູ້ແຮງ ແລະບັນລຸໄດ້ຫຼາຍໝາກຜົນ, ນັບແຕ່ດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ, ສັງຄົມ, ສາທາລະນະສຸກ, ການສຶກສາກໍ່ຄືປະສານສົມທົບຢູ່ບັນດາເວທີປາໄສພາກພື້ນ, ສາກົນ. ພິເສດ, ດ້ວຍຄວາມເອົາໃຈໃສ່, ການຊີ້ນຳຢ່າງໃກ້ຊິດຕິດແທດຂອງການນຳສອງພັກ, ສອງລັດ, ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ, ຖະແຫຼງການລະຫວ່າງສອງພັກ, ສອງລັດ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ຕົວຢ່າງ, ເຊັ່ນ: ບັນດາໂຄງການຫໍສະພາແຫ່ງຊາດລາວ, ທ່າກຳປັ່ນຫວູງອ໊າງ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາສຳລັບການຮ່ວມມືທີ່ມີປະສິດທິຜົນ.

ທີສາມ, ການພົບປະແລກປ່ຽນປະຊາຊົນ, ແລກປ່ຽນຄະນະ, ຢ້ຽມຢາມຖາມຂ່າວລະຫວ່າງບັນດາທ້ອງຖິ່ນ, ບັນດາຂັ້ນ, ຂະແໜງການຂອງສອງປະເທດໄດ້ດຳເນີນຢ່າງປະຈຳ, ທັງປະກອບສ່ວນປັບປຸງພື້ນຖານໝັ້ນແກ່ນຂອງການພົວພັນມິດຕະພາບຫວຽດນາມ-ລາວ, ທັງພິສູດໃຫ້ເຫັນນ້ຳໃຈຕິດພັນສະໜິດແໜ້ນຂອງປະຊາຊົນສອງປະເທດ-ແມ່ນສະຫາຍອ້າຍນ້ອງ ໄດ້ຄຽງບ່າຄຽງໄຫຼ່ໃນການຕໍ່ສູ້ກູ້ຊາດໃນໄລຍະກ່ອນ ແລະການສ້າງສາ, ປົກປັກຮັກສາປະເທດຊາດໃນປະຈຸບັນ.

ອາດສາມາດເວົ້າໄດ້ວ່າ ຍາດເອົາໄດ້ໝາກຜົນສຳຄັນ, ຕັ້ງໜ້ານີ້ຍ້ອນມີການສູ້ຊົນ, ຕັດສິນໃຈລວມຂອງສອງພັກ, ສອງລັດ ໃນຕະຫຼອດໄລຍະຜ່ານມາ. ນີ້ກໍ່ແມ່ນພະຍານຫຼັກຖານສຳລັບການພົວພັນທີ່ເປັນມູນເຊື້ອແບບພິເສດລະຫວ່າງປະຊາຊົນສອງປະເທດຫວຽດນາມ-ລາວ ການພົວພັນທີ່ຫາຍາກໃນໂລກ.

ນັກຂ່າວ: ຂໍທ່ານຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບຈຸດປະສົງ, ຄວາມໝາຍຂອງການໄປຢ້ຽມຢາມທາງລັດຖະກິດຢູ່ລາວ ຂອງທ່ານປະທານປະເທດ ເລືອງເກື່ອງ?

ທ່ານ ຫງວຽນແມັ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ການຢ້ຽມຢາມທາງລັດຖະກິດຢູ່ລາວ ຂອງທ່ານປະທານປະເທດ ເລືອງເກື່ອງ ແລະຄະນະຜູ້ແທນຂັ້ນສູງພັກ, ລັດຫວຽດນາມ ມີຫຼາຍຄວາມໝາຍ. ນີ້ແມ່ນການໄປຢ້ຽມຢາມທາງລັດຖະກິດ ລາວ ເປັນຄັ້ງທຳອິດຂອງທ່ານປະທານປະເທດ ເລືອງເກື່ອງ, ສະແດງໃຫ້ເຫັນການຖືເປັນສຳຄັນ ແລະບຸລິມະສິດຢ່າງສູງຂອງຫວຽດນາມ ກັບລາວ ແລະຄວາມຕັດສິນໃຈຂອງການນຳສອງພັກ, ສອງລັດໃນການຊຸກຍູ້ການພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ.

ການຢ້ຽມຢາມໄດ້ດຳເນີນເມື່ອສອງພັກ, ສອງລັດ ພວມຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ແລະແຜນການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ, ພ້ອມທັງຊຸກຍູ້ການຈັດຕັ້ງປະຕິບັດໝາກຜົນການພົບປະລະຫວ່າງສອງກົມການເມືອງ, ການພົບປະລະຫວ່າງ 3 ສະຫາຍການນຳ 3 ພັກຫວຽດນາມ-ລາວ-ກຳປູເຈຍ, ກອງປະຊຸມຂອງຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ລາວ ແລະຫຼາຍຂໍ້ຕົກລົງຂັ້ນສູງ. ການຢ້ຽມຢາມ ຈະປະກອບສ່ວນຍູ້ແຮງການຈັດຕັ້ງປະຕິບັດຫຼາຍເນື້ອໃນຮ່ວມມືສອງປະເທດຢ່າງແທດຈິງ ແລະມີປະສິດທິຜົນກວ່າໃນໄລຍະຈະມາເຖິງ.

ການຢ້ຽມຢາມຄັ້ງນີ້ໄດ້ດຳເນີນໃນຊຸມວັນເດືອນເມສາ ປະຫວັດສາດຂອງປີ 2025-ປີທີ່ມີຫຼາຍຂີດໝາຍສະເຫຼີມສະຫຼອງຢູ່ທັງສອງປະເທດ, ໃນນັ້ນພວກເຮົາສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ, 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ, ເພື່ອນລາວ ສະເຫຼີມສະຫຼອງ 50 ປີແຫ່ງວັນຊາດ. ນີ້ແມ່ນການຢ້ຽມຢາມໄມຕີຈິດມິດຕະພາບ, ແມ່ນໂອກາດເພື່ອໃຫ້ສອງພັກ, ສອງລັດ ທວນຄືນມູນເຊື້ອສະໜິດຕິດພັນ, ການພົວພັນບໍລິສຸດຜຸດຜ່ອງ, ທີ່ຫາຍາກໃນໂລກ, “ຮົ່ງຮ່າທັງແມ່ຂອງບໍ່ເລິກປຸນປານໄດ້” ຂອງສະຫາຍອ້າຍນ້ອງ ໄດ້ຄຽງບ່າຄຽງໄຫຼ່, ຮ່ວມທຸກຮ່ວມສຸກໃນການຕໍ່ສູ້ກູ້ຊາດ ແລະສ້າງສາປະເທດຊາດ.

ການຢ້ຽມຢາມຈະທັງປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ກຳລັງແຮງຂອງນ້ຳໃຈສາມັກຄີຫວຽດນາມ-ລາວ, ທັງໂຄສະນາເຜີຍແຜ່ໃຫ້ປະຊາຊົນສອງປະເທດ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ, ກ່ຽວກັບການພົວພັນແບບພິເສດຫວຽດນາມ-ລາວ- ຊັບສົມບັດລວມອັນລ້ຳຄ່າຂອງສອງຊາດ, ແມ່ນຕົວແບບທີ່ຫາຍາກໃນໂລກ. ນີ້ແມ່ນພື້ນຖານອັນໜັກແໜ້ນເພື່ອໃຫ້ສອງປະເທດສືບຕໍ່ຜ່ານຜ່າສິ່ງທ້າທາຍ, ຄວາມຫຍຸ້ງຍາກ, ຮ່ວມເດີນທາງພ້ອມກັນປົກປັກຮັກສາ ແລະພັດທະນາປະເທດ, ປະກອບສ່ວນໃຫ້ແກ່ສັນຕິພາບ, ມິດຕະພາບ, ຄວາມໝັ້ນຄົງ ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະປະສົບຜົນສຳເລັດຢ່າງຈົບງາມ, ເປັນຂີດໝາຍໄລຍະທາງພັດທະນາຂອງການພົວພັນຫວຽດນາມ-ລາວ ດ້ວຍໝາກຜົນໜ້າເອກອ້າງທະນົງໃຈ, ພ້ອມແລ້ວທີ່ຈະກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍຄວາມໄວ້ເນື້ອເຊື່ອໃຈ, ບໍລິສຸດຜຸດຜ່ອງຕະຫຼອດໄປ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ.

ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ!

ໂດຍ: ແສງເດືອນ