leftcenterrightdel
ນາຍແປພາສາ ພະແນກພົວພັນຕ່າງປະເທດແປເອກະສານຢູ່ກອງປະຊຸມມອບ-ຮັບວຽກງານຊາຍແດນເປີດກວ້າງ ປີ 2025. ພາບ: baosonla.vn

ກະກຽມໃຫ້ກອງປະຊຸມມອບ-ຮັບວຽກງານຊາຍແດນເປີດກວ້າງ ປີ 2025 ລະຫວ່າງແຂວງເຊີນລາ ກັບແຂວງຫົວພັນ ແລະຫຼວງພະບາງຂອງລາວ, ອ້າຍ ຮວ່າງຕູ່ງ, ຮອງຫົວໜ້າຫ້ອງການພົວພັນຕ່າງປະເທດ ແລະຊາຍແດນ, ນາຍແປພາສາລາວ, ແບ່ງປັນວ່າ: ເຮັດວຽກໃນຂະແໜງການພົວພັນຕ່າງປະເທດມາໄດ້ 13 ກວ່າປີແລ້ວ, ເຂົ້າຮ່ວມແປພາສາໃຫ້ຄະນະຜູ້ແທນຂັ້ນສູງຂອງແຂວງເຊີນລາ ໄປຢ້ຽມຢາມ, ເຮັດວຽກຢູ່ບັນດາແຂວງປະເທດລາວ ຫຼາຍຄະນະ. ເພື່ອກະກຽມໃຫ້ກອງປະຊຸມມອບ-ຮັບວຽກງານຊາຍແດນເປີດກວ້າງປີ 2025, ຂ້າພະເຈົ້າໄດ້ສຸມໃສ່ຄົ້ນຄວ້າ,  ອ່ານເອກະສານທີ່ກ່ຽວຂ້ອງເຖິງການເຮັດວຽກກ່ອນ, ນັ້ນແມ່ນປັດໄຈຕັດສິນເຖິງ 50-60% ໃຫ້ແກ່ການບັນນາທິການ-ແປພາສາ, ຮັບປະກັນຄວາມຊັດເຈນ ແລະຖ່າຍທອດສານການຮ່ວມມື ກໍ່ຄືບັນດາເນື້ອໃນທີ່ສອງຝ່າຍໄດ້ແລກປ່ຽນ.

ສ່ວນ ເອື້ອຍ ຮ່າທິທູ, ເຮັດວຽກໄດ້ 11 ປີຢູ່ພະແນກພົວພັນຕ່າງປະເທດ, ແຕ່ລະປີ, ເອື້ອຍເຂົ້າຮ່ວມການແປພາສາໃຫ້ຄະນະປະມານ 4-5 ຄະນະທີ່ມາຈາກບັນດາແຂວງ, ເມືອງຂອງປະເທດເພື່ອນລາວ ມາຢ້ຽມຢາມ, ເຮັດວຽກຢູ່ແຂວງເຊີນລາ ແລະ 3-5 ຄະນະປະຕິບັດງານຂອງແຂວງເຊີນລາ ໄປຢ້ຽມຢາມ, ເຮັດວຽກຢູ່ບັນດາແຂວງຂອງປະເທດລາວ. ເພື່ອຖ່າຍທອດສານໃນກອງປະຊຸມ ຫຼການພົບປະສອງຝ່າຍ, ເອື້ອຍ ທູ ຍາມໃດກໍ່ເປັນເຈົ້າການຄົ້ນຄວ້າ ແລະຮໍ່າຮຽນຈາກເພື່ອນຮ່ວມງານເພື່ອສະສົມບົດຮຽນ, ປະສົບການ.

ເອື້ອຍ ຮ່າທິທູ ແບ່ງປັນວ່າ: ສິ່ງທີ່ຍາກທີ່ສຸດຂອງນາຍແປພາສາແມ່ນຕ້ອງຈື່ໃຫ້ໝົດບັນດາເນື້ອໃນທີ່ບັນດາສະຫາຍການນໍາໄດ້ກ່າວ, ເພື່ອຖ່າຍທອດໃຫ້ຜູ້ຟັງໄດ້ຢ່າງຄົບຖ້ວນ, ສັ້ນກະທັດຮັດ ແລະເຂົ້າໃຈງ່າຍທີ່ສຸດ; ສິ່ງເຫຼົ່ານີ້ຮຽກຮ້ອງມາຍັງນາຍແປພາສາຕ້ອງເອົາໃຈໃສ່ສູງ.

ປະຈຸບັນ, ພະແນກພົວພັນຕ່າງປະເທດ ມີນາຍແປພາສາລາວ 3 ຄົນ; ນອກຈາກນັ້ນ, ທີ່ຢູ່ບາງກອງປະຊຸມ, ບັນດາເຫດການສໍາຄັນ, ມີຫຼາຍຄະນະຜູ້ແທນຂອງສອງປະເທດເຂົ້າຮ່ວມ, ທາງແຂວງຈະຮຽກເອີ້ນເອົາຄູອາຈານທີ່ສອນພາສາລາວ ຢູ່ມະຫາວິທະຍາໄລໄຕບັ໊ກ ແລະວິທະຍາໄລເຊີນລາ ເພື່ອມາເປັນນາຍພາສາຕື່ມອີກ. ທ່ານ ຫງວຽນວັນມາຍ, ຮອງຫົວໜ້າພະແນກພົວພັນຕ່າງປະເທດ ໃຫ້ຮູ້ວ່າ: ຕໍ່ໜ້າຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງຂອງວຽກງານຕ່າງປະເທດ, ພະແນກພົວພັນຕ່າງປະເທດໄດ້ຈັດສ່ົງນາຍແປພາສາເຂົ້າຮ່ວມບັນດາລາຍການບໍາລຸງສ້າງລົງເລິກໂດຍກະຊວງການຕ່າງປະເທດ ຈັດຕັ້ງ, ຍົກສູງທັກສະການແປພາສາ, ໂດຍສະເພາະແມ່ນໃນຂົງເຂດການທູດເສດຖະກິດ ແລະກົດໝາຍ. ຄຽງຂ້າງກັນນັ້ນ, ເປັນເຈົ້າການນໍາໃຊ້ວິທະຍາສາດ, ເຕັກໂນໂລຢີເຂົ້າໃນການແປພາສາ, ເພື່ອໜູນຊ່ວຍນາຍແປພາສາເຮັດວຽກໃຫ້ມີປະສິດທິຜົນກວ່າເກົ່າ.

ການແປພາສາບໍ່ພຽງແຕ່ແມ່ນແປພາສາລ້າໆເທົ່ານັ້ນ, ຫາກຍັງແມ່ນໜ້າທີ່ທີ່ຮຽກຮ້ອງຄວາມຊັດເຈນ, ຮັບຮູ້ ແລະເຂົ້າໃຈວັດທະນະທໍາ ແລະຄວາມສາມາດແກ້ໄຂກໍລະນີໄຫວພິບຂອງນາຍແປພາສາ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງແຂວງເຊີນລາ ກັບບັນດາແຂວງປະເທດເພື່ອນລາວ ເວົ້າສະເພາະ, ຫວຽດນາມ ກັບບັນດາປະເທດເວົ້າລວມໃຫ້ນັບມື້ນັບເລິກເຊິ່ງ, ກວ້າງຂວາງ.

ໂດຍ: ໄຊນີດາ