ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3/2/1930 - 3/2/2025), ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ລາວ ໄດ້ສໍາພາດສະຫາຍ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ຮອງປະທານປະເທດແຫ່ງ ສປປ ລາວ ກ່ຽວກັບການກຳເນີດຂອງພັກກອມມູນິດຫວຽດນາມ ກໍ່ຄືບົດບາດຂອງພັກກອມມູນິດຫວຽດນາມ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັງ, ຈັກກະພັດ ອາເມລິກາ ແລະບົດບາດຂອງພັກກອມມູນິດຫວຽດນາມ ໃນກິດຈະການປ່ຽນແປງໃໝ່ຂອງປະເທດຊາດໃນປະຈຸບັນ.
ນັກຂ່າວ: ຂໍຮຽນສະຫາຍ, ສະຫາຍຕີລາຄາແນວໃດກ່ຽວກັບປະຫວັດສາດ ແລະຄວາມໝາຍການກຳເນີດຂອງພັກກອມມູນິດຫວຽດນາມ ໃນປີ 1930, ບົດບາດຂອງພັກກອມມູນິດ ຫວຽດນາມ ໃນຂະບວນການປົດປ່ອຍຊາດ ໄລຍະ 1930-1945? ພັກກອມມູນິດຫວຽດນາມ ກຳເນີດໄດ້ແກ້ໄຂວິກິດການກ່ຽວກັບແນວທາງກູ້ຊາດຕົ້ນສະຕະວັດ XX ຄືແນວໃດ?
    |
 |
ສະຫາຍ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ຮອງປະທານປະເທດແຫ່ງ ສປປ ລາວ, ຕອບສຳພາດນັກຂ່າວສຳນັກຂ່າວສານຫວຽດນາມ. ພາບ: ຊວັນຕູ໊ |
ສະຫາຍ ບຸນທອງ ຈິດມະນີ: ເມື່ອເວົ້າເຖິງປະຫວັດສາດແຫ່ງການກຳເນີດ ຫຼືວັນສ້າງຕັ້ງພັກກອມມູນິດຫວຽດນາມ, ພວກເຮົາຍາມໃດກໍ່ຈົດຈຳບຸນຄຸນຂອງປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່, ຜູ້ທີ່ໄດ້ອຸທິດຕະຫຼອດຊີວິດຂອງຕົນໃຫ້ແກ່ພາລະກິດປະຕິວັດ, ເພິ່ນກໍ່ຕັ້ງພັກກອມມູນິດຫວຽດນາມ ແລະພັກກອມມູນິດອິນດູຈີນ, ເພິ່ນໄດ້ນຳພາຂະບວນການປະຕິວັດຂອງຫວຽດນາມ ດ້ວຍຄວາມພິລະອາດຫານ ແລະຄວາມຕັດສິນໃຈ.
ພັກກອມມູນິດຫວຽດນາມ ໄດ້ສ້າງຕັ້ງໃນວັນທີ 3 ກຸມພາ 1930 ແລະຕໍ່ຈາກນັ້ນຮອດເດືອນຕຸລາ 1930 ແລະຕໍ່ຈາກນັ້ນຮອດເດືອນຕຸລາ 1930 ໄດ້ປ່ຽນຊື່ເປັນພັກກອມມູນິດອິນດູຈີນ, ແມ່ນເຫດການການເມືອງສຳຄັນ, ແມ່ນບາດລ້ຽວສຳຄັນໃນປະຫວັດສາດຂອງຂະບວນການຮັກຊາດ ແລະຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານຂອງປະຊາຊົນຫວຽດນາມ ກໍ່ຄືຂະບວນການປະຕິວັດຫວຽດນາມ, ແມ່ນປັດໄຈຕັດສິນໄຊຊະນະຂອງການປະຕິວັດຫວຽດນາມ.
ເປັນຫຍັງຈຶ່ງເວົ້າແນວນັ້ນ, ຍ້ອນວ່າໂດຍແມ່ນປະທານ ໂຮ່ຈີມິນ ໄດ້ນຳເອົາລັດທິມາກ-ເລນິນ ມາໃຫ້ອິນດູຈີນ ແລະເປັນພື້ນຖານແນວຄິດ-ທິດສະດີ ໃຫ້ແກ່ການສ້າງຕັ້ງພັກກອມມູນິດອິນດູຈີນ ກໍ່ຄືພັກກອມມູນິດຫວຽດນາມ ປະຈຸບັນ. ສິ່ງນີ້ຖືວ່າເປັນ “ທວນໄຟ” ເຍືອງທາງໃຫ້ແກ່ຜູ້ຮັກຊາດ, ໃຫ້ແກ່ປະຊາຊົນຫວຽດນາມ ແລະການປະຕິວັດຫວຽດນາມ ມີທິດສະດີປະຕິວັດ, ມີແນວທາງຕໍ່ສູ້ກູ້ຊາດຢ່າງຖືກຕ້ອງ ແລະມີເປົ້າໝາຍ, ອຸດົມຄະຕິຢ່າງຈະແຈ້ງ, ພາຍໃຕ້ການນຳພາຂອງພັກປະຕິວັດ, ແມ່ນຜູ້ຕາງໜ້າຂອງຊົນຊັ້ນກຳມະກອນ ແລະປະຊາຊົນຜູ້ອອກແຮງງານຫວຽດນາມ, ບົນຈິດໃຈແນວຮົບທ້ອນໂຮມປະເທດຊາດເປັນເອກະພາບ ເພື່ອດຳເນີນການຕໍ່ສູ້ປົດປ່ອຍປະເທດ, ຍາດເອົາເອກະລາດ ແລະສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໃນປີ 1945, ປະຈຸບັນແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.
ນັກຂ່າວ: ຂໍຮຽນສະຫາຍ, ສະຫາຍຕີລາຄາແນວໃດກ່ຽວກັບບົດບາດຂອງພັກກອມມູນິດ ຫວຽດນາມ ໃນການນຳພາປະເທດ ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ ແລະຈັກກະພັດ ອາເມລິກາ ຜູ້ຮຸກຮານ? ຕາມສະຫາຍ, ອັນໃດແມ່ນປັດໄຈສຳຄັນທີ່ສຸດຊ່ວຍໃຫ້ພັກກອມມູນິດຫວຽດນາມ ຍາມໃດກໍ່ຮັກສາບົດບາດນຳພາການປະຕິວັດ?
ສະຫາຍ ບຸນທອງ ຈິດມະນີ: ຄືພວກເຮົາໄດ້ຮູ້ແລ້ວ, ພາຍຫຼັງສົງຄາມໂລກ ຄັ້ງທີ 2, ທ້າຍປີ 1945, ພວກລ່າເມືອງຂຶ້ນແບບເກົ່າແມ່ນ ຝລັ່ງ ກັບຄືນມາຮຸກຮານບັນດາປະເທດ ອິນດູຈີນ. ພັກກອມມູນິດຫວຽດນາມ ໄດ້ສະແດງບົດບາດສຳຄັນເມື່ອນຳພາ-ຊີ້ນຳການປົກປ້ອງໝາກຜົນຂອງການປະຕິວັດ, ປົກປັກຮັກສາ ແລະສ້າງສາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ທີ່ຫາກໍ່ໄດ້ຮັບການສ້າງຕັ້ງ; ແລະດຳເນີນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ ຢ່າງພິລະອາດຫານ ແລະວິລະຊົນ.
ພາຍຫຼັງພວກລ່າເມືອງຂຶ້ນຖືກປະລາໄຊຢູ່ສະໜາມຮົບ “ດ້ຽນບຽນຝູ” ປີ 1954, ພວກ ຈັກກະພັດ ອາເມລິກາ ໂດດເຂົ້າມາແທນທີ່ເພື່ອຮຸກຮານ ແລະຢຶດຄອງຫວຽດນາມ ກໍ່ຄືບັນດາປະເທດ ອິນດູຈີນ, ລວມທັງລາວ ແລະກຳປູເຈຍ. ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະບົນພື້ນຖານຄຳຂວັນ “ບໍ່ມີສິ່ງໃດປະເສີດກວ່າເອກະລາດ, ເສລີພາບ”, ປະຊາຊົນຫວຽດນາມ ໄດ້ຕໍ່ສູ້ຢ່າງພິລະອາດຫານເພື່ອພື້ນຖານເອກະລາດ, ເພື່ອອິດສະຫຼະພາບເພື່ອຍາດເອົາອຳນາດການປົກຄອງຈາກກຳມືພວກລ່າເມືອງຂຶ້ນແບບໃໝ່ ແລະພວກລູກແລ້ງຕີນມືຂອງພວກມັນ, ປົດປ່ອຍ ແລະທ້ອນໂຮມປະເທດຊາດເປັນເອກະພາບໃນ ປີ 1975.
    |
 |
ປາໂນ ຊົມເຊີຍພັກ, ຊົມເຊີຍລະດູບານໃໝ່. ພາບ: ຫວູກວາງ. |
ປັດໄຈສຳຄັນທີ່ຊ່ວຍໃຫ້ພັກກອມມູນິດຫວຽດນາມ ຮັກສາໄດ້ບົດບາດນຳພາໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງແບບເກົ່າ ແລະແບບໃໝ່ແມ່ນເຫດຜົນດັ່ງນີ້:
ທີໜຶ່ງ, ພັກກອມມູນິດຫວຽດນາມ ໄດ້ວາງອອກແນວທາງການປະຕິວັດຢ່າງຖືກຕ້ອງ, ເໝາະສົມກັບເງື່ອນໄຂສະພາບການຕົວຈິງຂອງຫວຽດນາມ ໃນແຕ່ລະໄລຍະ.
ທີສອງ, ພັກກອມມູນິດຫວຽດນາມ ຍາມໃດກໍ່ຢຶດໝັ້ນໃນການປະຕິບັດທາດແທ້ຂອງການປະຕິວັດ, ຈົ່ງພັກຮັກດີ ແລະຕໍ່ສູ້ເພື່ອປົດປ່ອຍປະເທດຊາດ, ນຳເອົາເອກະລາດ ແລະເສລີພາບມາໃຫ້ປະຊາຊົນ.
ທີສາມ, ຖັນແຖວການນຳພັກ ແລະສະມາຊິກພັກ, ພະນັກງານ-ນັກຮົບ ລ້ວນແຕ່ມີອຸດົມການປະຕິວັດອັນສູງສົ່ງ, ກ້າເສຍສະຫຼະຊີວິິດເພື່ອປະເທດຊາດ ແລະປະຊາຊົນຢ່າງແທ້ຈິງ.
ທີສີ່, ພາຍໃນພັກ ມີຄວາມສາມັກຄີ, ເອກະພາບ.
ທີຫ້າ, ປະຊາຊົນຫວຽດນາມ ຍາມໃດກໍ່ເຊີດຊູຈິດໃຈຮັກຊາດ, ສະໜັບສະໜູນ ແລະເຂົ້າຮ່ວມຂະບວນການປະຕິວັດ, ຕໍ່ສູ້ປົດປ່ອຍຊາດຢ່າງກ້າແກ່ນ ແລະພິລະອາດຫານ.
ນັກຂ່າວ: ຂໍຮຽນສະຫາຍ, ສະຫາຍຕີລາຄາຄືແນວໃດກ່ຽວກັບບົດບາດນຳພາຂອງພັກໃນກິດຈະການປ່ຽນແປງໃໝ່ຂອງປະເທດຫວຽດນາມ ໃນປະຈຸບັນ?
ສະຫາຍ ບຸນທອງ ຈິດມະນີ: ການດຳເນີນກິດຈະການປ່ຽນແປງໃໝ່ຂອງຫວຽດນາມ ໃນປີ 1986 ແມ່ນບາດລ້ຽວປະຫວັດສາດ, ແມ່ນຂີດໝາຍສຳຄັນໃນກິດຈະການນຳພາຂອງພັກກອມມູນິດຫວຽດນາມ ໃນເງື່ອນໄຂປ່ຽນແປງໃໝ່ ແລະເປີດປະຕູກັບໂລກພາຍນອກ, ນຳປະເທດຫວຽດນາມ ກ້າວເຂົ້າສັງກາດພັດທະນາໃໝ່.
ຫວນຄືນໄລຍະເວລາເກືອບ 40 ປີ, ຫວຽດນາມ ບັນລຸໄດ້ຜົນສຳເລັດອັນໃຫຍ່ຫຼວງ ແລະມີຄວາມໝາຍປະຫວັດສາດ; ປະເທດຮັບປະກັນສະຖຽນລະພາບດ້ານການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ; ເສດຖະກິດພັດທະນາຢ່າງຕໍ່ເນື່ອງດ້ວຍຄວາມວ່ອງໄວ; ວັດທະນະທຳ-ສັງຄົມ ພັດທະນາບັນລຸລະດັບໃໝ່; ພື້ນຖານສັງຄົມປະຊາທິປະໄຕ ໄດ້ພັດທະນາ ແລະເປີດກວ້າງບົນພື້ນຖານສາມັກຄີທົ່ວປວງຊົນທັງຊາດນັບມື້ນັບເຂັ້ມແຂງ; ລະບົບການເມືອງໄດ້ປັບປຸງຢ່າງໝັ້ນຄົງເຂັ້ມແຂງກວ່າ; ລະບອບສັງຄົມນິຍົມ ໄດ້ຮັກສາຢ່າງໝັ້ນຄົງ; ການພົວພັນຕ່າງປະເທດ ນັບມືື້ນັບໄດ້ເປີດກວ້າງ ແລະເຂົ້າສູ່ລວງເລິກ; ຫວຽດນາມ ມີການພົວພັນຕ່າງປະເທດກັບ 194 ປະເທດ, 253 ພັກການເມືອງ; ຖານະບົດບາດ ແລະທີ່ຕັ້ງ ຂອງຫວຽດນາມ ໃນເວທີສາກົນນັບມື້ນັບໄດ້ຍົກສູງຂຶ້ນ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ແລະເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເສັງ 2025 ຂອງຫວຽດນາມ ຂ້າພະເຈົ້າ ຂໍອວຍພອນໃຫ້ພັກ, ລັດ, ພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ ແລະປະຊາຊົນຫວຽດນາມ ທຸກຖ້ວນໜ້າບັນລຸໄດ້ຫຼາຍຜົນສຳເລັດ ແລະໄຊຊະນະອັນໃຫຍ່ຫຼວງໃນກິດຈະການສ້າງສາພັດທະນາປະເທດຫວຽດນາມ ໃນໄລຍະຜ່ານມາ, ອວຍພອນໃຫ້ພັກກອມມູນິດຫວຽດນາມ ຍືນຍົງຄົງຕົວ ແລະບັນລຸໄດ້ຜົນງານອັນໃຫຍ່ຫຼວງກວ່າໃນການນຳພາພາລະກິດປະຕິວັດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ແສງເດືອນ