leftcenterrightdel
ພິທີລົງນາມໂຄງການຮ່ວມມືລະຫວ່າງສະຫະພັນນັກຮົບເກົ່າແຂວງເຊີນລາ ກັບສະຫະພັນນັກຮົບເກົ່າແຂວງຜົ້ງສາລີ, ລາວ. ພາບ: baosonla.org.vn

ທ່ານພັນເອກພິເສດ ຮວ່າງແມ້ງລອງ, ປະທານສະຫະພັນນັກຮົບເກົ່າແຂວງເຊີນລາ ໃຫ້ຮູ້ວ່າ ໃນການພົວພັນສາກົນ, ນັກຮົບເກົ່າຫຼາຍຄົນຂອງແຂວງເຄີຍເຂົ້າຮ່ວມການຕໍ່ສູ້ຢູ່ສະໜາມຮົບລາວ, ສະນັ້ນການພົວພັນລະຫວ່າງສອງອົງການສະຫະພັນຈຶ່ງນັບມື້ນັບສະໜິດສະໜົມ. ໃນໄລຍະຜ່ານມາ, ສະຫະພັນນັກຮົບເກົ່າແຂວງໄດ້ປະຕິບັດບັນດາໂຄງການສົມທົບກັນ ແລະເຊັນບົດບັນທຶກການຮ່ວມມືກັບສະຫະພັນນັກຮົບເກົ່າ 9 ແຂວງພາກເໜືອຂອງລາວ, ຍົກສູງຄຸນນະພາບວຽກງານສະຫະພັນຢ່າງບໍ່ຢຸດຢັ້ງ.

ໂຄງການຮ່ວມມືສອງຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນໃນການປະຕິບັດໜ້າທີ່, ຈັດຕັ້ງຂະບວນການແຂ່ງຂັນຢ່າງເປັນປະຈໍາ; ແລກປ່ຽນບັນດາມາດຕະການເພື່ອຍົກສູງຄຸນນະພາບວຽກງານຂອງສະຫະພັນ. ເນື້ອໃນການຮ່ວມມື, ສົມທົບກັນໂຄສະນາໃຫ້ພະນັກງານ, ສະມາຊິກສະຫະພັນ ແລະປະຊາຊົນກ່ຽວກັບມູນເຊື້ອສາມັກຄີມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ; ແລກປ່ຽນຂໍ້ມູນຂ່າວສານ, ເອກະສານ, ວັດຖຸທີ່ລະນຶກ ແລະອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຂອງທະຫານ, ພົນລະເມືອງ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ປະເທດເພື່ອນລາວ. ແລກປ່ຽນບົດຮຽນກ່ຽວກັບການໜູນຊ່ວຍສະມາຊິກສະຫະພັນພັດທະນາເສດຖະກິດ, ສ້າງກອງທຶນຊ່ວຍເຫຼືອສະມາຊິກສະຫະພັນທີ່ທຸກຍາກ. ພ້ອມທັງສົມທົບ, ອໍານວຍຄວາມສະດວກໃຫ້ບັນດາວິສາຫະກິດນັກຮົບເກົ່າຂອງສອງປະເທດຄົ້ນຄວ້າຕະຫຼາດ, ລົງທຶນດໍາເນີນທຸລະກິດ.

ເດືອນ ກໍລະກົດຜ່ານມາ, ສະຫະພັນນັກຮົບເກົ່າແຂວງເຊີນລາ ໄດ້ຈັດຕັ້ງການພົບປະ ແລະເຊັນຂໍ້ຕົກລົງການຮ່ວມມືກັບສະຫະພັນນັກຮົບເກົ່າແຂວງຜົ້ງສາລີ ຢູ່ແຂວງເຊີນລາ.

ທ່ານ ຄຳອ້ວນ ອຸດວງວິໄລ ປະທານສະຫະພັນນັກຮົບເກົ່າແຂວງຜົ້ງສາລີ ແບ່ງປັນວ່າ: ພວກຂ້າພະເຈົ້າປາດຖາໜາຢາກໃຫ້ສອງຝ່າຍເພີ່ມທະວີການຮ່ວມມືແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນຕ່າງໆໃນການເຄື່ອນໄຫວວຽກງານຂອງສະຫະພັນເພື່ອຍົກສູງບົດບາດ, ຄວາມຮັບຜິດຊອບ ແລະປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ. ພ້ອມທັງຮັກສາການຕິດຕໍ່ພົວພັນຢ່າງແໜ້ນແຟ້ນ, ຈັດຕັ້ງການພົບປະຕາມການກຳນົດ 2 ປີເທື່ອໜຶ່ງ, ເຫັນດີເປັນເອກະພາບເນື້ອໃນການຮ່ວມມືຕາມແຕ່ລະໄລຍະເພື່ອໃຫ້ວຽກງານສົມທົບກັນບັນລຸໄດ້ປະສິດທິຜົນສູງສຸດ.

ພ້ອມກັນນັ້ນ, ສະຫະພັນນັກຮົບເກົ່າ ບັນດາເມືອງທີ່ມີເສັ້ນຊາຍແດນກັບປະເທດລາວ ຍາມໃດກໍ່ປະຕິບັດບັນດາເນື້ອໃນສົມທົບກັນໃຫ້ເປັນຢ່າງດີ. ທ່ານ ຫງວຽນວັນຝູ ປະທານສະຫະພັນນັກຮົບເກົ່າເມືອງອຽນເຈົາ ແບ່ງປັນວ່າ: ພະນັກງານ, ສະມາຊິກສະຫະພັນ ໄດ້ເປັນເຈົ້າການໂຄສະນາ, ຂົນຂວາຍປະຊາຊົນປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດ, ສັນຍາ, ກົດລະບຽບເຂດຊາຍແດນ, ກົດໝາຍຊາຍແດນແຫ່ງຊາດຢ່າງເຂັ້ມງວດ... ສະຫະພັນນັກຮົບເກົ່າເມືອງອຽນເຈົາ ກຳລັງຂຶ້ນແຜນຈັດການພົບປະສັງສັນ, ການພົບປະ, ການແຮກສ່ຽວກັບເມືອງຊຽງຄໍ້, ແຂວງຫົວພັນຂອງລາວ, ເຊິ່ງແມ່ນເມືອງທີ່ມີເສັ້ນຊາຍແດນຮ່ວມກັບເມືອງອຽນເຈົາ ເພື່ອເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຮ່ວມມືກັນໃຫ້ຫຼາຍກວ່າອີກ ເພື່ອປະກອບສ່ວນຮັກສາຄວາມສະຫງົບດ້ານການເມືອງຢູ່ເຂດຊາຍແດນ, ເພີ່ມທະວີຄວາມສາມັກຄີລະຫວ່າງບັນດາເຜົ່າ.

ຍາມໃດກໍ່ຍົກສູງຄຸນທາດຂອງ “ທະຫານລຸງໂຮ່”, ບັນດານັກຮົບເກົ່າໃນປະຈຸບັນຍາມໃດກໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງຊາດ, ສືບຕໍ່ອຸທິດຕົນໃຫ້ແກ່ບ້ານເກີດເມືອງນອນ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດລະຫວ່າງທະຫານ ແລະປະຊາຊົນສອງຟາກຊາຍແດນຫວຽດນາມ-ລາວ ແລະນໍ້າໃຈສາມັກຄີລະຫວ່າງແຂວງເຊີນລາ ກັບບັນດາແຂວງພາກເໜືອຂອງລາວ.

ໂດຍ: ດັ້ງເກື່ອງ