ຫວ່າງມໍ່ໆມານີ້, ເນື່ອງໃນໂອກາດຕ້ອນຮັບບຸນປີໃໝ່ລາວ ປີິ 2024 ຂອງປະເທດເພື່ອນລາວ, ພວກຂ້າພະເຈົ້າໄດ້ໄປຢ້ຽມຢາມ ແລະເຂົ້າຮ່ວມກອງປະຊຸມປະຈຳປີລະຫວ່າງ 2 ເມືອງ, ນີ້ກໍ່ແມ່ນກາລະໂອກາດທີ່ໄດ້ເຫັນຜົນງານເຊິ່ງປະເທດເພື່ອນພວມຂະຫຍາຍຕົວ.

ສະພາບອາກາດເດືອນເມສາ, ຢູ່ຕາມເສັ້ນທາງແຕ່ດ່ານສາກົນດັ໊ກໂອກ, ຕາແສງລາເຢ, ເມືອງນາມຢາງ, ແຂວງກວາງນາມ ຜ່ານດ່ານຊາຍແດນສາກົນ ດັກຕາອອກ, ເມືອງດັກຈຶງ, ແຂວງເຊກອງ ຂອງລາວ ໄປຮອດເມືອງທ່າແຕງໃນທ່າມກາງແສງແດດຮ້ອນອົບເອົ້າ, ລົມພັດແຮງ, ແຕ່ກໍ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ເມື່ອພວກຂ້າພະເຈົ້າ ໄດ້ກັບມາຢ້ຽມຢາມປະເທດເພື່ອນ.

leftcenterrightdel
ບັນຍາກາດຂອງໂຮງຮຽນຢູ່ບ້ານຫ້ວຍຊາຍ ກ່ອນການກໍ່ສ້າງ. ພາບ: ເຈືອງແທັ່ງ

ໄປຜ່ານຕະຫຼາດດັກຈຶງ, ຢູ່ສອງຝາກທາງແມ່ນເດີ່ນເສົາໄຟຟ້າແຮງລົມ, ຢູ່ຈອມພູຫຼຽວລົງມາເຫັນເສົາໄຟຟ້າຫຼາຍເສົາ. ບາງເທື່ອ, ລົດໂດຍສານ, ລົດທາງລັດຖະການແລ່ນມາຕ້ອງໄດ້ຢຸດເພື່ອໃຫ້ລົດຂົນສົ່ງເສົາໄຟຟ້າເບຕົງທີ່ມີເສັ້ນຜ່າກາງ 2 ແມັດ ແລະໃບພັດລົມຍາວຫຼາຍຮ້ອຍແມັດໄປກ່ອນ. ການເຮັດວຽກແບບນີ້ໃນເວລາປະມານ 2 ປີ, ປະເທດເພື່ອນຈະມີຫຼາຍແຫຼ່ງໄຟຟ້າເພື່ອພັດທະນາອຸດສາຫະກຳ, ກະສິກຳ. ເຂດດິນແຫ່ງນີ້ເຕັມໄປດ້ວຍແສງແດດ, ລົມພັດແຮງ ແລະຈຳນວນພົນລະເມືອງນ້ອຍ ໝັ້ນໝາຍວ່າຈະມີການປ່ຽນແປງຫຼາຍຢ່າງ.

ເຂົ້າໄປຮອດໃຈກາງເມືອງທ່າແຕງ, ຄວາມຮູ້ສຶກທຳອິດຂອງ ພວກຂ້າພະເຈົ້າແມ່ນພື້ນຖານໂຄງລ່າງຮັບໃຊ້ປະຊາຊົນໄດ້ມີການປ່ຽນແປງໃໝ່ຫຼາຍຢ່າງເມື່ອທຽບໃສ່ແຕ່ກ່ອນ. ພົ້ນເດັ່ນທີ່ສຸດແມ່ນໂຮງຮຽນ, ໂຮງໝໍເມືອງຝູ໊ນິງ ໄດ້ລົງທຶນກໍ່ສ້າງຢ່າງໃຫຍ່ໂຕສວຍງາມຕາມໂຄງການທີ່ໄດ້ລົງນາມແຕ່ຊຸມປີກ່ອນນີ້.

leftcenterrightdel
ໂຮງຮຽນປະຖົມຢູ່ບ້ານຫ້ວຍຊາຍ ພາຍຫຼັງກໍ່ສ້າງສຳເລັດ. ພາບ: ເຈືອງແທັ່ງ

ລະອຽດວ່າ, ກ່ອນໜ້ານີ້ ເມືອງຝູ໊ນິງ ໄດ້ຊ່ວຍເພື່ອນກໍ່ສ້າງໂຮງຮຽນອະນຸບານແຫ່ງໜຶ່ງຢູ່ບ້ານຫ້ວຍຊາຍ ດ້ວຍເງິນລົງທຶນກວ່າ 2,3 ຕື້ດ່ົງ, ທ້າຍປີ 2023 ຢູ່ບ້ານນີ້, ເມືອງຝູ໊ນິງ ກໍ່ສືບຕໍ່ກໍ່ສ້າງໂຮງຮຽນອະນຸບານຕື່ມແຫ່ງ 1 ອີກ, ລວມມີຫ້ອງຮຽນ 7 ຫ້ອງ, ໃນນັ້ນມີ ຫ້ອງຮຽນ 5 ຫ້ອງ ແລະຫ້ອງຄູອາຈານ 2 ຫ້ອງ, ຫ້ອງນ້ຳ 1 ຫ້ອງ ແລະນ້ຳບາດານ 1 ແຫ່ງທີ່ມີລະບົບກັ່ນຕອງນ້ຳດ້ວຍເງິນລົງທຶນກວ່າ 4,3 ຕື້ດົ່ງ ຈາກງົບປະມານເມືອງ ແລະໄດ້ປະເມີນຜົນ, ເປີດນ້ຳໃຊ້ຖືກຕາມຄວາມຄືບໜ້້າທີ່ວາງອອກ.

leftcenterrightdel
ການນຳສອງເມືອງ ຕັດແຖບຜ້າເປີດນຳໃຊ້ໂຮງຮຽນປະຖົມ. ພາບ: ເຈືອງແທັ່ງ

ດ້ານສາທາລະນະສຸກ, ນອກຈາກການແລກປ່ຽນບົດຮຽນລະຫວ່າງການນຳ, ແພດໝໍຂອງສູນສາທາລະນະສຸກ 2 ເມືອງແລ້ວ, ບັນດາແພດໝໍຂອງສູນສາທາລະນະສຸກ ຝູ໊ນິງ ຍັງຈັດຕັ້ງການກວດ, ແຈກຢາຍຢຸກຢາໃຫ້ພະນັກງານ, ປະຊາຊົນເມືອງທ່າແຕງໂດຍບໍ່ເກັບຄ່າ. ຄັ້ງນີ້ຍັງໜູນຊ່ວຍເຄື່ອງກວດຈັງຫວະການເຕັ້ນຫົວໃຈ ແລະເຄື່ອງຜະລິດອົກຊີ ທີ່ມີມູນຄ່າກວ່າ 100 ລ້ານດົ່ງ.

ບັນດາກິດຈະກຳເຄື່ອນໄຫວກິລາກາຍຍະກຳ, ສິລະປະຄືລອຍນ້ຳ, ເຕະບານ, ບານສົ່ງ, ຮ້ອງລຳທຳເພງ... ກໍ່ໄດ້ຈັດຕັ້ງການພົບປະແລກປ່ຽນ ແລະແຂ່ງຂັນເພື່ອສ້າງບັນຍາກາດທີ່ເຕັມໄປດ້ວຍຄວາມສາມັກຄີ, ນ້ຳໃຈອ້າຍນ້ອງລະຫວ່າງພະນັກງານ ແລະປະຊາຊົນ 2 ເມືອງ.

leftcenterrightdel
ຜູ້ຕາງໜ້າພະນັກງານການແພດຂອງ 2 ເມືອງ. ພາບ: ເຈືອງແທັ່ງ

ຄະນະກຳມະການປະຊາຊົນແຂວງກວາງນາມ ເຫັນດີເປັນເອກະພາບໃຫ້ອະນຸຍາດຄະນະກຳມະການປະຊາຊົນເມືອງຝູ໊ນິງ ເຊັນບົດບັນທຶກວ່າວ່າດ້ວຍການຮ່ວມມືສາກົນ ກັບອົງການປົກຄອງເມືອງທ່າແຕງ ດ້ວຍເນື້ອໃນຫຼັກ, ລວມມີ: ບົດບັນທຶກກອງປະຊຸມປະຈຳປີ 2024 ກ່ຽວກັບເນື້ອໃນຮ່ວມມືໄລຍະ 2025-2028. ລົງນາມໂດຍທ່ານ ຮິ່ງຊວນຈິ໊ງ ປະທານຄະນະກຳມະການເມືອງຝູ໊ນິງ ແລະທ່ານ ສົມເພັດ ເອີດລັດດາ ເຈົ້າເມືອງໆທ່າແຕງ ໄດ້ດຳເນີນໃນເດືອນເມສາ 2024.

ຢູ່ທີ່ນີ້, 2 ເມືອງ ໄດ້ເຫັນດີເປັນເອກະພາບລົງນາມເນື້ອໃນໜູນຊ່ວຍເຊິ່ງກັນ ແລະກັນກັນບົນພື້ນຖານຈິດໃຈສາມັກຄີມິດຕະພາບ, ລວມມີ: ເມືອງຝູ໊ນິງ ໜູນຊ່ວຍທຶນການສຶກສາ 2 ທຶນໃຫ້ພະນັກງານເມືອງທ່າແຕງ ໄປຮ່ຳຮຽນຢູ່ແຂວງກວາງນາມເພື່ອຍົກລະດັບວິຊາສະເພາະ; ຈັດຕັ້ງການແລກປ່ຽນບົດຮຽນດ້ານວິຊາສະເພາະລະຫວ່າງບັນດາຂະແໜງການສຶກສາ ແລະສາທາລະນະສຸກ; ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ 2 ຝ່າຍຊອກຮູ້ລົງທຶນພັດທະນາເສດຖະກິດ; ສືບຕໍ່ໜູນຊ່ວຍກິດຈະກຳຮັບປະກັນຊີວິດສັງຄົມຕ່າງໆດ້ວຍມູນຄ່າກວ່າ 2 ຕື້ດົ່ງ. ສຳລັບເມືອງທ່າແຕງ ໄດ້ໜູນຊ່ວຍທຶນການສຶກສາ 1 ທຶນໃຫ້ພະນັກງານເມືອງຝູ໊ນິງ ມາຮ່ຳຮຽນຢູ່ລາວ, ສືບຕໍ່ໜູນຊ່ວຍໃນການກໍ່ສ້າງເຂດປູສະນີຍະຖານປະຫວັດສາດເຂດຕໍ່ຕ້ານທາງຕອນໃຕ້ລາວ ແລະບາງເນື້ອໃນຕ່າງໆໃນໄລຍະ 2025-2028. ບັນດາເນື້ອໃນດັ່ງກ່າວໄດ້ຫັນເປັນລະອຽດຜ່ານແຜນການປະຈໍາປີລະຫວ່າງ 2 ເມືອງ.

ຍາກທີ່ຈະເລົ່າໄດ້ໝົດກ່ຽວກັບນ້ຳໃຈໄມຕີຈິດມິດຕະພາບທີ່ສະໜິດສະໜົມຂອງປະຊາຊົນ, ຂອງພະນັກງານ 2 ເມືອງໃນໄລຍະຜ່ານມາ, ແຕ່ກໍ່ສາມາດຢັ້ງຢືນໄດ້ວ່າ ພະນັກງານ ແລະປະຊາຊົນເມືອງຝູ໊ນິງ ໄດ້ປະກອບສ່ວນໃນການປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ: “ສອງຊາດລາວ-ຫວຽດ ໄດ້ຝັງຄວາມຮັກຢູ່ໃນໃຈ/ຮົ່ງຮ່າທັງແມ່ຂອງບໍ່ເລິກປຸນປານໄດ້”.

ໂດຍ: ແສງເດືອນ