ເປັນເວລາຫຼາຍກວ່າ 10 ປີ, ນາງ ຂັນທາລີ ຢູ່ບ້ານຕຶງ, ເມືອງເຊບັ້ງໄຟ, ແຂວງຄໍາມ່ວນ (ລາວ) ໄດ້ຂະຫຍັນເຮັດວຽກຢູ່ໂຮງຜະລິດແຜ່ນເພດານຍິບຊຳຂອງບໍລິສັດວິລາໂກ. ຍ້ອນວຽກເຮັດງານທຳມີຄວາມໝັ້ນຄົງສາມາດສ້າງລາຍຮັບສະເລ່ຍໄດ້ປະມານ 8 ລ້ານກີບຕໍ່ເດືອນ (ເກືອບ 9 ລ້ານດົ່ງ), ແຮງງານຍິງຄົນນີ້ມີຄວາມອົດທົນພະຍາຍາມ, ເຮັດວຽກຢ່າງຕັ້ງໜ້າ, ປະຕິບັດຕາມຂໍ້ກໍານົດການຜະລິດຂອງບໍລິສັດນີ້ໄດ້ເປັນຢ່າງດີ.

ນາງ ຂັນທາລີ ແບ່ງປັນວ່າ: “ມາເຮັດວຽກຢູ່ທີ່ນີ້, ຂ້າພະເຈົ້າ ຮູ້ສຶກໝັ້ນໃຈຫຼາຍ, ເພາະມີວຽກເຮັດງານທຳ, ໄດ້ຮັບຄ່າຈ້າງເຕັມສ່ວນ ແລະສູງກວ່າວຽກງານທີ່ເຄີຍເຮັດຜ່ານມາ, ລະບອບນະໂຍບາຍ, ສິດ ແລະຜົນປະໂຫຍດອື່ນທາງບໍລິສັດກໍ່ໄດ້ເອົາໃຈໃສ່ເປັນຢ່າງດີ. ໃນສະພາບແວດລ້ອມແຫ່ງການເຮັດວຽກນີ້, ຂ້າພະເຈົ້າ ຍັງໄດ້ຮູ້ຈັກ, ຮ່ຳຮຽນ, ແບ່ງປັນບົດຮຽນກ່ຽວກັບວຽກງານ ກໍ່ຄືຊີວິດການເປັນຢູ່ກັບຜູ້ຮ່ວມງານເພື່ອໃຫ້ນັບມື້ນັບມີຄວາມກ້າວໜ້າ. ຂ້າພະເຈົ້າ ຈະພະຍາຍາມເຮັດວຽກເພື່ອສິດ ແລະຜົນປະໂຫຍດຂອງຕົນເອງ, ເພື່ອການດຳລົງຊີວິດຂອງຄອບຄົວ ແລະຄວາມຈະເລີນຮຸ່ງເຮືອງຂອງບໍລິສັດ”.

ໃນໄລຍະເວລາ 20 ປີແຫ່ງການກໍ່ສ້າງ, ສູ້ຊົນ ແລະເຕີບໃຫຍ່ຂອງບໍລິສັດວິລາໂກ, ລ້ວນແຕ່ມີການປະກອບສ່ວນອັນໃຫຍ່ຫຼວງຂອງກຳມະກອນທີ່ດຸໝັ່ນ, ຮັກການອອກແຮງງານ, ມີຄວາມຮັບຜິດຊອບ ແລະເປັນມິດສະໜິດສະໜົມຂອງປະເທດລ້ານຊ້າງ. ໂດຍບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລຳບາກ, ແຕ່ລະມື້, ເຂົາເຈົ້າລ້ວນແຕ່ເອົາໃຈໃສ່ເຮັດວຽກໃນທຸກຂັ້ນຕອນການຜະລິດ, ຄື: ການຂຸດຄົ້ນບໍ່ແຮ່, ການປຸງແຕ່ງຝຸ່ນຫຍິບຊຳ, ຜະລິດເພດານ, ຂົນສົ່ງ, ບໍລິຫານ... ວິສາຫະກິດຍາມໃດກໍ່ສ້າງເງື່ອນໄຂສະດວກທີ່ສຸດເພື່ອສ້າງບັນຍາກາດແຂ່ງຂັນ, ສ້າງສະພາບແວດລ້ອມແຮງງານທີ່ປອດໃສ, ສາມັກຄີ, ມີປະສິດທິຜົນ, ປອດໄພ ແລະມີຄວາມສະເໝີພາບ.

leftcenterrightdel
ທ້າວ ດັມທິລາດ ຢູ່ບ້ານຍາງໃຫຍ່ ພວມຄວບຄຸມສາຍການຜະລິດ. ພາບ: baohatinh.vn

ທ້າວ ດັມທິລາດ ຢູ່ບ້ານຍາງໃຫຍ່, ເມືອງເຊບັ້ງໄຟ ໃຫ້ຮູ້ວ່າ: “ຂ້າພະເຈົ້າມາເຮັດວຽກຢູ່ທີ່ນີ້ນັບແຕ່ບໍລິສັດເລີ່ມເຄື່ອນໄຫວທໍາອິດ. ໃນໄລຍະ 20 ປີຜ່ານມາ, ສິ່ງທີ່ຂ້າພະເຈົ້າຮູ້ສຶກໝັ້ນໃຈທີ່ສຸດແມ່ນຜູ້ອອກແຮງງານລ້ວນແຕ່ໄດ້ຮັບການເຄົາລົບນັບຖື, ຖືເປັນ “ຊັບສົມບັດອັນລໍ້າຄ່າ” ແລະໄດ້ຮັບຜົນປະໂຫຍດຄົບຖ້ວນຕາມຂໍ້ກໍານົດຂອງກົດໝາຍວ່າດ້ວຍແຮງງານລາວ... ບໍ່ພຽງແຕ່ຂ້າພະເຈົ້າ ເທົ່ານັ້ນເພື່ອນຮ່ວມງານຫຼາຍຄົນກໍ່ລ້ວນແຕ່ຖືບໍລິສັດເປັນເຮືອນຫຼັງທີສອງຂອງຕົນ, ເຮັດວຽກດ້ວຍຄວາມອຸ່ນອ່ຽນໃຈ ແລະເຕັມໃຈທີ່ຈະຜູກພັນໄປດົນໆ".

ທ້າວ ຫງວຽນວັນຮວ່າ (ບ້ານເກີດເມືອງນອນຢູ່ແທັກເຈົາ, ລົກຮ່າ) ແບ່ງປັນວ່າ: “ເປັນເວລາ 10 ກວ່າປີແລ້ວ ທີ່ບໍລິສັດໃຫຍ່ສົ່ງມາເຮັດວຽກຢູ່ທີ່ນີ້, ຂ້າພະເຈົ້າ ແລະອ້າຍນ້ອງກຳມະກອນຊາວຮ່າຕິ້ງ ຍາມໃດກໍ່ໄດ້ຮັບການເບິ່ງແຍງດູແລ ແລະເອົາໃຈໃສ່, ລະດົມກໍາລັງໃຈ, ຊ່ວຍເຫຼືອເປັນປະຈຳ. ສະນັ້ນ, ພວກຂ້າພະເຈົ້າ ໄດ້ມານະພະຍາຍາມເຮັດວຽກ ແລະຮ່ວມແຮງຮ່ວມໃຈສ້າງສາຍພົວພັນແຮງງານທີ່ມີໄມຕີຈິດມິດຕະພາບກັບກຳມະກອນປະເທດເພື່ອນມິດລາວ,  ເພື່ອຮັດແໜ້ນນ້ຳໃຈສາມັກຄີລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ”.

ໃນປີ 2004, ບໍລິສັດວິລາໂກ ໄດ້ຮັບອະນຸຍາດຈາກລັດຖະບານລາວ ໃຫ້ຂຸດຄົ້ນ ແລະປຸງແຕ່ງລົງເລິກບໍ່ແຮ່ຫຍິບຊຳ ຢູ່ບ້ານບຶງຫົວນາ, ເມືອງເຊບັ້ງໄຟ ດ້ວຍກຳລັງການຂຸດຄົ້ນ 300.000-400.000 ໂຕນ/ປີ, ໂຮງງານຜະລິດຝຸ່ນຫຍິບຊຳ 50.000 ໂຕນ/ປີ, ໂຮງງານຜະລິດແຜ່ນເພດານຂະໜາດນ້ອຍ 1 ລ້ານຕາແມັດ/ປີ. ຍ້ອນຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ມາຮອດປະຈຸບັນ, ວິສາຫະກິດມີຖານະທີ່ໝັ້ນຄົງ, ບັນດາຜະລິດຕະພັນໄດ້ຢັ້ງຢືນຄຸນນະພາບໃນຕະຫຼາດ, ສ້າງວຽກເຮັດງານທໍາໃຫ້ຄົນທ້ອງຖິ່ນເດີມໄດ້ 170 ຄົນ ແລະກຳມະກອນຊາວຫວຽດນາມ ໄດ້ຫຼາຍສິບຄົນດ້ວຍເງິນເດືອນສູງສະເລ່ຍ 9-10 ລ້ານດົ່ງ/ຄົນ/ເດືອນ. ໃນປີ 2023, ທາງບໍລິສັດໄດ້ປະກອບສ່ວນເກືອບ 1,5 ລ້ານໂດລາສະຫະລັດເຂົ້າງົບປະມານໃຫ້ແຂວງຄໍາມ່ວນ ແລະໄດ້ຢູ່ໃນອັນດັບຕົ້ນໆທີ່ມອບເງິນເຂົ້າງົບປະມານຫຼາຍກວ່າໝູ່.

leftcenterrightdel
ກຳມະກອນຂົນສົ່ງຝຸ່ນຫຍິບຊຳໄປໂຮງງານປຸງແຕ່ງ. ພາບ: baohatinh.vn

ທ່ານ ທອງໄຊ ມັງໜໍ່ເມກ ເຈົ້າເມືອງເຊບັ້ງໄຟ ຕີລາຄາວ່າ: “ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ ພວກຂ້າພະເຈົ້າໄດ້ຕີລາຄາສູງບໍລິສັດວິລາໂກ ໃນການສ້າງວຽກເຮັດງານທຳ, ສ້າງລາຍຮັບໃຫ້ປະຊາຊົນ ແລະປະກອບສ່ວນເຂົ້າງົບປະມານແຫ່ງລັດ. ນອກຈາກນັ້ນ, ໃນແຕ່ລະປີ, ທາງບໍລິສັດຍັງໄດ້ມອບຂອງຂວັນ ແລະກວດພະຍາດໃຫ້ແກ່ຜູ້ທຸກຍາກ, ກໍ່ສ້າງເສັ້ນທາງເຂົ້າບ້ານ, ກໍ່ສ້າງໂຮງຮຽນ, ມອບອຸປະກອນຮັບໃຊ້ວຽກງານໃຫ້ພະນັກງານເມືອງ... ສະເພາະ 2 ປີມໍ່ໆມານີ້,  ບໍລິສັດໄດ້ໜູນຊ່ວຍ 3,4 ຕື້ກີບ (4 ຕື້ດົ່ງ) ເພື່ອປະຕິບັດວຽກງານຮັບປະກັນຊີວິດສັງຄົມ”.

ທ່ານ ນິພອນ ສີຜາມວນ, ຮອງຜູ້ອຳນວຍການບໍລິສັດວິລາໂກ ຫວຽດນາມ-ລາວ ຈຳກັດ (ບໍລິສັດໃຫຍ່ຂຸດຄົ້ນບໍ່ແຮ່ ແລະການຄ້າຮ່າຕິ້ງ) ໃຫ້ຮູ້ວ່າ: “ໄດ້ຮັບຄວາມເອົາໃຈໃສ່ຈາກພັກ ແລະລັດທັງສອງຝ່າຍ, ຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງທັງບໍລິສັດ, ສະນັ້ນ, ໃນ 20 ປີຜ່ານມາ, ພວກຂ້າພະເຈົ້າ ໄດ້ເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ. ບັນດາຜະລິດຕະພັນດັ່ງກ່າວໄດ້ຮັບການຕີລາຄາສູງຈາກຕະຫຼາດ, ໄດ້ຮັບໃບບິນສິນຄ້າດ້ວຍປະລິມານຫຼາຍຈາກບັນດາຄູ່ຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້. ພວກຂ້າພະເຈົ້າ ພວມສືບຕໍ່ຂະຫຍາຍການຜະລິດຕິດກັບການຂຸດຄົ້ນບໍ່ແຮ່ໃໝ່ ແລະຮັບສະໝັກຜູ້ອອກແຮງງານຕື່ມອີກ. ຜ່ານນັ້ນ, ປະກອບສ່ວນພັດທະນາບໍລິສັດ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ, ປັບປຸງລາຍຮັບ ແລະຊີວິດການເປັນຢູ່ໃຫ້ແກ່ກຳມະກອນ, ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈສາມັກຄີ ຫວຽດນາມ-ລາວ ໃຫ້ນັບມື້ນັບດີຂຶ້ນ”.

ໂດຍ: ເຈິ່ນຮວ່ຽນ