ສະຫະພັນແມ່ຍິງແຂວງຈຳປາສັກ ຢ້ຽມຢາມ ແລະອວຍພອນບຸນເຕັດຢູ່ແຂວງເລີມດົ່ງ
ກປ.ອອນໄລ - ວັນທີ 4 ມັງກອນ, ເນື່ອງໃນໂອກາດໄປຢ້ຽມຢາມ ແລະເຮັດວຽກຢູ່ແຂວງເລີມດົ່ງ, ຄະນະປະຕິບັດງານສະຫະພັນແມ່ຍິງແຂວງຈຳປາສັກ ນໍາໂດຍ ທ່ານນາງ ເຕດາວັນ ແກ້ວພິລາວັນ, ປະທານສະຫະພັນແມ່ຍິງແຂວງຈຳປາສັກ ພ້ອມຄະນະ ໄດ້ມາຢ້ຽມຢາມ ແລະອວຍພອນປີໃໝ່ຢູ່ເມືອງດາມຣົງ, ແຂວງເລີມດົ່ງ.
ທີ່ການຕ້ອນຮັບ, ທ່ານ ຫງວນວັນລົກ, ເລຂາພັກເມືອງດາມຣົງ ໄດ້ແຈ້ງໂດຍສັງເຂບກ່ຽວກັບດິນແດນ, ຄົນ ແລະສະພາບການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນໃນໄລຍະຜ່ານມາ. ພ້ອມທັງ, ສະແດງຄວາມຂອບອົກຂອບໃຈຄວາມເອົາໃຈໃສ່ ແລະອາລົມຈິດ ເຊິ່ງຄະນະປະຕິບັດງານ, ປະທານສະຫະພັນແມ່ຍິງແຂວງຈຳປາສັກ ສະຫງວນໃຫ້ເມືອງດາມຣົງ.
    |
 |
ຄະນະປະຕິບັດງານສະຫະພັນແມ່ຍິງແຂວງຈຳປາສັກ ຢ້ຽມຢາມ ແລະອວຍພອນບຸນເຕັດຢູ່ເມືອງດາມຣົງ. ພາບ: ຮວ່າງລອງ |
ຕາງໜ້າຄະນະປະຕິບັດງານ, ທ່ານນາງ ເຕດາວັນ ແກ້ວພິລາວັນ ສືບຕໍ່ຢັ້ງຢືນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ.
ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຫວຽດນາມ ວຽນມາ, ຕາງໜ້າການນຳແຂວງຈຳປາສັກ, ທ່ານນາງ ເຕດາວັນ ແກ້ວພິລາວັນ ຝາກຄໍາອວຍພອນອັນດີງາມເຖິງອຳນາດການປົກຄອງ ແລະປະຊາຊົນເມືອງດາມຣົງ, ແຂວງເລີມດົ່ງ.
ໂດຍ: ແສງເດືອນ