ຄະນະຜູ້ແທນສູນກາງຊາວໜຸ່ມ ປະຊາຊົນປະຕິວັດ ລາວ ນໍາໂດຍ ສະຫາຍນາງ ແສງອອນ ພວງມະນີວັນ ຮອງຫົວໜ້າພະແນກພັດທະນາອາຊີບຊາວໜຸ່ມ (ສູນກາງຊາວໜຸ່ມ ປະຊາຊົນປະຕິວັດ ລາວ) ໄດ້ໄປຢ້ຽມຢາມສູນປ່ຽນແປງໃໝ່ປະດິດສ້າງນະຄອນຫຼວງ (ເມືອງຮາຍບ່າຈຶງ, ນະຄອນຮ່າໂນ້ຍ). ນີ້ກໍ່ແມ່ນສະຖານທີ່ຈັດຕັ້ງຊຸດຝຶກອົບຮົມ, ບໍາລຸງສ້າງກ່ຽວກັບການເລີ່ມທຸລະກິດປ່ຽນແປງໃໝ່ປະດິດສ້າງ.

leftcenterrightdel
ຜູ້ຕາງໜ້າຄະນະຊາວໜຸ່ມນະຄອນຮ່າໂນ້ຍ ພ້ອມກັບຄະນະຜູ້ແທນສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດ ລາວ ທີ່ລາຍການ. ພາບ: nhandan.vn

ຊຸດຝຶກອົບຮົມ, ບໍາລຸງສ້າງດັ່ງກ່າວດໍາເນີນແຕ່ວັນທີ 10 ກໍລະກົດ ຫາວັນທີ 9 ສິງຫາ, ເຊິ່ງໄດ້ຮັບການອອກແບບທັນສະໄໝດ້ວຍການສົມທົບລະຫວ່າງພາກທິດສະດີກັບການເຄື່ອນໄຫວຕົວຈິງຢູ່ບາງທ້ອງຖິ່ນໃນບໍລິເວນນະຄອນຫຼວງຮ່າໂນ້ຍ. ເຂົ້າຮ່ວມຊຸດຝຶກອົບຮົມ, ພະນັກງານຫຼັກແຫຼ່ງຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ ຈໍານວນ 50 ສະຫາຍ ຈະມີໂອກາດແບ່ງປັນ, ປຶກສາຫາລື, ແລກປ່ຽນຫຼາຍເນື້ອໃນທີ່ກ່ຽວຂ້ອງເຖິງວຽກງານຍົກສູງລະດັບທິດສະດີ, ວິທີການ, ທັກສະວຽກງານຊາວໜຸ່ມ, ເຍົາວະຊົນ-ອະນຸຊົນ.

ນອກຈາກນີ້, ນັກສໍາມະນາກອນຍັງໄດ້ຮຽນຮູ້ຕື່ມອີກກ່ຽວກັບປະເທດ, ຊາວຫວຽດນາມ, ບັນດາອົງການຈັດຕັ້ງຂອງຊາວໜຸ່ມ, ເຍົາວະຊົນ-ອະນຸຊົນຫວຽດນາມ, ການພົວພັນຮ່ວມມືມິດຕະພາບລະຫວ່າງ 2 ປະເທດຫວຽດນາມ-ລາວ ປີ 2022; ເຂົ້າຮ່ວມບັນດາການເຄື່ອນໄຫວໄປທັດສະນະສຶກສາ, ຢ້ຽມຢາມຮູບແບບຊາວໜຸ່ມພັດທະນາເສດຖະກິດ, ຮູບແບບສູນເລີ່ມທຸລະກິດປ່ຽນແປງໃໝ່ປະດິດສ້າງຢູ່ນະຄອນຮ່າໂນ້ຍ.

ໂດຍ: ໄຊຊະນະ