ປີ 2021, ໃນສະພາບການພະຍາດໂຄວິດ-19, ສອງກົມກອງໄດ້ສົມທົບກັນແກ້ໄຂບັນດາກໍລະນີທີ່ເກີດຂຶ້ນຢູ່ຊາຍແດນໄດ້ເປັນຢ່າງດີ, ພິເສດແມ່ນວຽກງານໂຄສະນາເຜີຍແຜ່ໃຫ້ປະຊາຊົນສອງຟາກຊາຍແດນກ່ຽວກັບນ້ຳໃຈສາມັກຄີແບບພິເສດ ຫວຽດນາມ - ລາວ, ກໍາແໜ້ນດ້ານກົດໝາຍວ່າດ້ວຍຊາຍແດນ, ດ່ານຊາຍແດນ, ແລກປ່ຽນຂໍ້ມູນຂ່າວສານ, ປ້ອງກັນ ແລະຕ້ານອາດຊະຍາກຳແຕ່ຫົວທີ່, ແຕ່ໄກ; ແບ່ງປັນຂໍ້ມູນຂ່າວສານ ແລະປະສົບການໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.

leftcenterrightdel
ພັນໂທ ຄໍາສິງ ນົນທະສອນ ມອບຂອງຂວັນ, ອວຍພອນໃຫ້ພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ ຕ້ອນຮັບປີໃໝ່ປີຂານ 2022. ພາບ: ຮວ່າຍນາມ

ທີ່ການພົບປະ, ພັນໂທ ຄໍາສິງ ນົນທະສອນ ອວຍພອນໃຫ້ພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ ຕ້ອນຮັບລະດູບານໃໝ່ດ້ວຍຄວາມເຊື່ອໝັ້ນຕໍ່ໄຊຊະນະ ແລະປະຕິບັດສຳເລັດໜ້າທີ່ເປັນຢ່າງດີ; ພ້ອມກັນນັ້ນ, ຂອບໃຈຄວາມເອົາໃຈໃສ່ ແລະການຊ່ວຍເຫຼືອຂອງກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ ໃນປີຜ່ານມາ, ພິເສດແມ່ນໄດ້ຊ່ວຍເຫຼືອວັດຖຸອຸປະກອນປ້ອງກັນ ແລະຕ້ານພະຍາດໂຄວິດ-19 ແລະແຫຼ່ງທຶນກໍ່ສ້າງປ້ອມກວດກາຈະລາຈອນເມືອງບົວລະພາ.

ພັນເອກພິເສດ ໂຮ່ແທງເຊີນ ຮອງຜູ້ບັນຊາການ, ຫົວໜ້າເສນາທິການກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ, ຕາງໜ້າພະນັກງານ, ນັກຮົບ ຂໍຂອບອົກຂອບໃຈຕໍ່ນໍ້າໃຈສາມັກຄີ, ມິດຕະພາບຂອງບັນດາກົມກອງ ແລະກໍາລັງທະຫານຊາຍແດນ ແລະຫວັງວ່າຈະພ້ອມກັບກົມກອງຂອງເພື່ອນມິດສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງສອງປະເທດ ແລະສອງແຂວງ, ສົມທົບກັນແລກປ່ຽນຂໍ້ມູນຂ່າວສານ, ຕໍ່ສູ້ສະກັດກັ້ນ, ຕ້ານອາດຊະຍາກຳ, ພິເສດແມ່ນອາດຊະຍາກຳຢາເສບຕິດ; ແກ້ໄຂບັນດາກໍລະນີຢູ່ເຂດຊາຍແດນ ແລະດ່ານຊາຍແດນໃນໄລຍະຈະມາເຖິງໃຫ້ເປັນຢ່າງດີ.

ໂດຍ: ທະນາພອນ