ຫວຽດນາມ-ລາວ ສົມທົບກັນຄຸ້ມຄອງເສັ້ນຊາຍແດນເປັນຢ່າງດີ
ກປ.ອອນໄລ - ໂດຍປະຕິບັດຕາມຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດ ຫວຽດນາມ-ລາວ, ວັນທີ 29 ທັນວາ, ຢູ່ຮ່າໂນ້ຍ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ແລະລັດຖະມົນຕີກະຊວງການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າລັດຖະບານສອງປະເທດເປັນປະທານຮ່ວມກອງປະຊຸມສະຫຼຸບສອງຝ່າຍຕີລາຄາໝາກຜົນການຜັນຂະຫຍາຍທົດລອງຮູບການກວດກາ “ປະຕູດຽວ, ຢຸດເທື່ອດຽວ” ຢູ່ຄູ່ດ່ານສາກົນລາວບາວ (ກວາງຈິ້) - ແດນສະຫວັນ (ສະຫວັນນະເຂດ).
ສອງຝ່າຍເຫັນດີເປັນເອກະພາບໂດຍຖືວ່າ ເລື່ອງຫວຽດນາມ ແລະລາວ ຜັນຂະຫຍາຍທົດລອງຮູບການກວດກາ “ປະຕູດຽວ, ຢຸດເທື່ອດຽວ” ແມ່ນຄວາມຕັດສິນໃຈດ້ານການເມືອງຂອງສອງພັກ, ສອງລັດຖະບານເພື່ອແນໃສ່ສ້າງຄວາມສະດວກໃຫ້ການພົວພັນແລກປ່ຽນດ້ານການຄ້າ, ການໄປມາຫາສູ່ຂອງປະຊາຊົນ ແລະປະຊາຄົມວິສາຫະກິດສອງປະເທດ ກໍ່ຄືບັນດາປະເທດໃນພາກພື້ນ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ເພີ່ມທະວີຄວາມສະໜິດຕິດພັນລະຫວ່າງພະນັກງານ, ປະຊາຊົນຢູ່ສອງແຂວງດ່ານໜ້າຂອງແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ, ໝູນໃຊ້ທີ່ຕັ້ງໃຈກາງຂອງອາຊຽນ ເພື່ອກາຍເປັນໃຈກາງຖ່າຍ ປ່ຽນສິນຄ້າຂອງພາກພື້ນ.
    |
 |
ກອງປະຊຸມສາມັນປະຈຳປີ ຄັ້ງທີ 31 ລະຫວ່າງສອງຄະນະຜູ້ແທນຊາຍແດນຫວຽດນາມ-ລາວ. ພາບ: ກະຊວງການຕ່າງປະເທດຫວຽດນາມ. |
ສອງຝ່າຍເຫັນດີເປັນເອກະພາບ ສົມທົບກັນຜັນຂະຫຍາຍບັນດາມາດຕະການເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນປະຈຸບັນ, ສ້າງເງື່ອນໄຂທີ່ມີຄວາມຕ້ອງການ ແລະຄົບຖ້ວນໃຫ້ແກ່ການປະຕິບັດຮູບການດັ່ງກ່າວໃຫ້ມີປະສິດທິຜົນ...
ໃນວັນດຽວກັນ, ທ່ານ ບຸ່ຍແທັງເຊີນ ແລະທ່ານ ສະເຫຼີມໄຊ ກົມມະສິດ ໄດ້ເປັນປະທານຮ່ວມກອງປະຊຸມປະຈຳປີ ຄັ້ງທີ 31 ລະຫວ່າງສອງຄະນະຜູ້ແທນຊາຍແດນຫວຽດນາມ-ລາວ.
ໂດຍ: ແສງເດືອນ